ຕົວແທນຄະນະນຳສະຫະພັນບານເຕະສາກົນ ຫຼື ຟີຟາໃນໂອກາດນຳຂັນແຊ໋ມການແຂ່ງຂັນເຕະບານຊາຍຊີງແຊ໋ມໂລກ ຫຼື FIFA World Cup Trophy ມາໃຫ້ແຟນບານ ແລະປະຊາຊົນຊາວລາວໄດ້ຊົມເປັນຄັ້ງທຳອິດ ແລະເປັນຄັ້ງປະຫວັດສາດທີ່ ສປປ ລາວ ນຳໂດຍທ່ານ ຄຣິສຕຽນ ຄາຣອມເບີອະດີດກອງກາງທີມຊາດຝຣັ່ງຊຸດແຊ໋ມໂລກປີ 1998, ແຊ໋ມຢູໂຣ ປີ 2000 ແລະແຊ໋ມ FIFA ConfederationCup 2001,ທັງເປັນອະດີດກອງກາງສະໂມສອນຣີລ ມາດຣິດຊຸດແຊ໋ມຢູຟາແຊ໋ມປ້ຽນລີກລະດູການ 1997- 1998 ແລະ1999-2000,ພ້ອມດ້ວຍຄະນະ ແລະຜູ້ສະໜັບສະໜູນຈາກບໍລິສັດລາວໂຄຄາ-ໂຄລາບ໋ອດລິ້ງຈຳກັດ,ມີທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ (ສສກ), ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ, ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ສສກ,ຮອງປະທານ ແລະເລຂາທິການຄອລ ແລະທ່ານ ວີເພັດ ສີຫາຈັກປະທານສະຫະພັນບານເຕະແຫ່ງຊາດລາວພ້ອມດ້ວຍຄະນະເຂົ້າຮ່ວມ.
ໂອກາດນີ້,ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນພ້ອມທັງຍ້ອງຍໍຊົມເຊີຍໃນການມາຢ້ຽມຢາມລາວເປັນຄັ້ງທຳອິດ ແລະການມາຄັ້ງນີ້ກໍ່ຍັງເປັນການຊຸກຍູ້ສົ່ງເສີມການເປີດປີທ່ອງທ່ຽວ ສປປ ລາວ ໃນປີ 2018 ສ້າງໃຫ້ຄົນທົ່ວໂລກຮູ້ຈັກປະເທດລາວໃຫ້ຫຼາຍຂຶ້ນ ແລະໃນໂອກາດດັ່ງກ່າວກໍ່ຂໍອວຍພອນໃຫ້ການແຂ່ງຂັນເຕະບານໂລກ 2018 ທີ່ປະ ເທດຣັດເຊຍ ຮັບກຽດເປັນເຈົ້າພາບໃນຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ.
ສຳລັບການນຳຂັນແຊ໋ມເຕະບານໂລກ 2018 ມາທົວ ສປປ ລາວ ເປັນ ເວລາ 1 ວັນ (ວັນທີ 28 ມັງກອນ 2018) ຢູ່ນະຄອນຫຼວງວຽງຈັນຊຶ່ງມີຈຸດປະສົງຫຼັກກໍ່ເພື່ອເປັນການປຸກລະດົມໃຫ້ຄົນທົ່ວໂລກຮູ້ຈັກປະເທດລາວໃຫ້ນັບມື້ນັບຫຼາຍຂຶ້ນເລື້ອຍໆ,ໃນນັ້ນກໍ່ໄດ້ມີການນຳຂັນແຊ໋ມບານໂລກໄປອວດໂສມສູ່ສາຍຕາມວນຊົນຊາວ ລາວ ກໍ່ຄືຊາວນະຄອນຫຼວງວຽງຈັນທີ່ສູນການຄ້າວຽງຈັນເຊັນເຕີ ແລະສະໜາມກີລາເຈົ້າອານຸວົງໃນພິທີເປີດການແຂ່ງຂັນກີລາບານເຕະນັກຮຽນສາມັນຍິງ-ຊາຍຮຸ່ນອາຍຸບໍ່ເກີນ 16 ປີ ທົ່ວນະຄອນຫລວງວຽງຈັນກໍ່ຄືລາຍການໂຄປາໂຄຄາ-ໂຄລາ ລາວ ຄັ້ງທີ 2.
ໃນການນຳຂັນແຊ໋ມບານໂລກມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ຖືເປັນປະເທດທີ 4 ຕໍ່ຈາກປະເທດສີລັງກາ,ມັລດິຟ ແລະ ໄທຈຸດໝາຍຕໍ່ໄປຈະໄປມາເກົາໃນວັນທີ 29 ມັງກອນ 2018.ໂດຍມີເປົ້າໝາຍຈະໄປໃຫ້ຄົບໃນຈຳນວນ 50 ປະເທດຈາກທັງໝົດ 6 ທະວີບກ່ອນນຳກັບໄປປະເທດຣັດເຊຍເຈົ້າພາບເຕະບານໂລກ 2018 ໃນເດືອນພຶດສະພານີ້ໂດຍການແຂ່ງ ຂັນເຕະບານໂລກ 2018 ຮອບສຸດທ້າຍຈະມີຂຶ້ນໃນວັນທີ 14 ມິຖຸນາ ຫາ 15 ກໍລະກົດ 2018.