ພິທີມອບເງິນນະໂຍບາຍອຸດໜູນຕໍ່ຜູ້ທີ່ມີຜົນງານ ແລະຄຸນງາມຄວາມດີຕໍ່ປະເທດຊາດ ໄດ້ຈັດຂຶ້ນໃນວັນທີ 8 ມັງກອນນີ້ ຢູ່ຫ້ອງປະຊຸມພະແນກແຮງງານ ແລະສະຫວັດດີການ ສັງຄົມແຂວງບໍລິຄຳໄຊ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ແດນປີ ມູນທະດີ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາເຈົ້າເມືອງ, ຮອງເຈົ້າເມືອງ 7 ຕົວເມືອງ, ພະນັກງານປະຕິວັດອາວຸໂສ, ພະນັກງານບຳນານ ແລະພະນັກງານທີ່ກ່ຽວຂ້ອງພາຍໃນພະແນກເຂົ້າຮ່ວມ.
ການຈັດຕັ້ງປະຕິບັດແຜນງົບປະມານໃນ 6 ເດືອນຕົ້ນປີ 2017 ທົ່ວແຂວງບໍລິຄຳໄຊ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງອົງການປົກຄອງແຂວງ, ການໃຫ້ຄວາມຮ່ວມມືຈາກຫຼາຍພາກສ່ວນ ແລະຄວາມບຸກບືນສູ້ຊົນຂອງພະແນກການເງິນແຂວງເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ທັງໝົດ 378,089 ຕື້ກີບ, ລື່ນແຜນການທີ່ວາງໄວ້, ສ່ວນໃຫຍ່ລາຍຮັບໄດ້ມາຈາກການເກັບພາສີ-ອາກອນນຳເຂົ້າພາຫະນະ, ນ້ຳມັນເຊື້ອໄຟ, ກຸ່ມບໍລິສັດເຂື່ອນໄຟຟ້ານ້ຳຕົກ ແລະອື່ນໆ.
ປະຈຸບັນສະພາບການລົງທຶນຢູ່ພາຍໃນແຂວງບໍລິຄຳໄຊຖືວ່າມີບັນຍາກາດຄຶກຄື້ນ ໂດຍນັກທຸລະກິດໄດ້ໃຫ້ຄວາມສົນໃຈເຂົ້າມາລົງທຶນຢ່າງຕໍ່ເນື່ອງໃນຂະແໜງການຕ່າງໆທີ່ແຂວງມີທ່າແຮງເພື່ອເປັນ ຕົວຊ່ວຍຊຸກຍູ້ໃຫ້ເສດຖະກິດ-ສັງຄົມພາຍໃນແຂວງຂະຫຍາຍຕົວສະເພາະໃນ 6 ເດືອນຕົ້ນ 2017 ແຂວງ ໄດ້ອະນຸມັດໃຫ້ເອກະຊົນພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນ 34 ໂຄງການມີມູນຄ່າການລົງທຶນທັງໝົດ 600 ຕື້ກວ່າກີບ.
ປະຈຸບັນ ແຂວງບໍລິຄຳໄຊ ກຳລັງກະກຽມລົງມືກໍ່ສ້າງ ແລະປັບປຸງທາງ 10 ເສັ້ນ ມີມູນຄ່າ 800 ຕື້ກວ່າກີບ ເພື່ອເປັນການຍົກລະດັບການຈະລາຈອນພາຍໃນເທສະບານແຂວງໃຫ້ມີຄວາມສະດວກວ່ອງໄວຂຶ້ນກວ່າເກົ່າ ຊຶ່ງບັນດາເສັ້ນທາງດັ່ງກ່າວແມ່ນໄດ້ ເຊັນສັນຍາການກໍ່ສ້າງກັບບໍລິສັດ ຫົວໜ້າກໍ່ສ້າງເປັນທີ່ຮຽບຮ້ອຍແລ້ວ ໂດຍຈະລົງມືກໍ່ສ້າງພາຍຫຼັງໝົດລະດູຝົນນີ້.
ໃນໄລຍະຜ່ານມາການ ເບີກຈ່າຍເງິນເດືອນຫຼ້າຊ້າ ແມ່ນອີກບັນຫາໜຶ່ງທີ່ພັກ-ລັດ ໄດ້ມີຄວາມພະຍາຍາມແກ້ໄຂ ທັງນີ້ ກໍເພື່ອໃຫ້ທ່ວງທັນກັບສະພາບການໃຊ້ຈ່າຍອັນຈຳເປັນເຂົ້າໃນຊີວິດການເປັນ ຢູ່ຂອງພະນັກງານລັດອັນຈະເປັນອົງປະກອບສຳຄັນໜຶ່ງຕໍ່ການພັດທະນາຄອບຄົວ ກໍຄືປະເທດຊາດ ໃນນັ້ນ ສະເພາະບໍລິຄຳໄຊແມ່ນແຂວງໜຶ່ງທີ່ມີຄວາມເອົາໃຈໃສ່ຕໍ່ບັນຫາດັ່ງ ກ່າວ ໂດຍໃນປີ 2017 ນີ້ໄດ້ເບີກຈ່າຍເງິນເດືອນແລ້ວ 1 ຮ້ອຍກວ່າຕື້ກີບ, ສະເພາະພະນັກງານບາງສຳນັກງານ ແມ່ນເລີ່ມໄດ້ຮອດເດືອນມິຖຸນາແລ້ວ.
ແຂວງບໍລິຄຳໄຊ ຖືວ່າເປັນແຂວງທຳອິດທີ່ລິ ເລີ່ມເນັ້ນການປູກຕົ້ນໄມ້ ປະດັບໜຶ່ງແລວທາງໜຶ່ງຊະນິດແນວພັນເບ້ຍໄມ້ ພາຍ ໃນເທສະບານແຂວງເມືອງ ເພື່ອເຮັດໃຫ້ຕົວເມືອງມີ ຄວາມສວຍງາມ ຂະນະທີ່ປີນີ້ມີແຜນປູກໄມ້ທັງໝົດ 3 ແສນເບ້ຍ, ສະເພາະໃນວັນທີ 1 ມິຖຸນາທີ່ຈະມາເຖິງ ນີ້ແມ່ນຈະປູກ 33 ພັນເບ້ຍ ໃນນັ້ນສະເພາະໄມ້ປະດັບທີ່ຈະປູກໃນເທສະບານແຂວງ 770 ເບ້ຍ.
ຂຽນໂດຍ ຈັນໄດ
ວັນອັງຄານ, 26 ກໍລະກົດ 2016
ໄດ້ແລ້ວນາງສາວສະຫວັນປະຈຳປີ 2016