ກ້ວຍ ສິນຄ້າທ່າແຮງແຕ່ຍັງຂາດຊ່ຽວຊານສະເພາະດ້ານ

     ເຖິງແມ່ນວ່າຂະບວນການປູກກ້ວຍຢູ່ລາວຫາກໍ່ເກີດຂຶ້ນມາບໍ່ເທົ່າໃດປີ ແຕ່ໂດຍລວມແມ່ນມີການຂະຫຍາຍຕົວໄວ ແລະ​ໄດ້ປະກອບສ່ວນຢ່າງ​ຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃນແຕ່ລະທ້ອງຖິ່ນນັບມື້ສູງຂຶ້ນ

ສະເລ່ຍຍອດການສົ່ງອອກນັບແຕ່ປີ 2011 ຈົນເຖິງ 6 ເດືອນຕົ້ນປີນີ້ ເພີ່ມຂຶ້ນແລ້ວ 4 ເທົ່າຕົວ, ແຕ່ການສົ່ງເສີມ ແລະການກຽມຄວາມພ້ອມທາງດ້ານວິຊາການຍັງຈຳກັດ ໂດຍສະເພາະຊ່ຽວຊານສະເພາະດ້ານ, ເຮັດໃຫ້ເກີດມີບັນຫາການໃຊ້ສານເຄມີທີ່ຕ້ອງໄດ້ພ້ອມກັນທົບທວນຄືນ.

     ທ່ານ ວິໄລສຸກ ແຄນດາວົງ ຫົວໜ້າກົມປູກຝັງກະຊວງກະສິກຳ ແລະປ່າໄມ້ໃຫ້ຮູ້ວ່າ: ການປູກກ້ວຍຢູ່ ສປປ ລາວ ແມ່ນມີມາແຕ່ດົນນານ, ແນວພັນທີ່ນິຍົມປູກສ່ວນຫຼາຍແມ່ນແນວພັນພື້ນເມືອງ ເປັນຕົ້ນແມ່ນກ້ວຍນ້ຳ, ກ້ວຍໄຂ່, ກ້ວຍງ້າວ ແລະກ້ວຍອື່ນໆ ໂດຍທົ່ວໄປຊາວກະສິກອນລົງທຶນປູກກ້ວຍດ້ວຍຕົນເອງເພື່ອບໍລິໂພກ ແລະຂາຍເປັນສິນຄ້າຈຳນວນໜຶ່ງ, ແຕ່ໃນຊຸມປີຫຼັງມາ​ນີ້ຍ້ອນລັດຖະບານໄດ້ມີນະໂຍບາຍເປີດກວ້າງການລົງທຶນທັງພາຍໃນ ແລະຕ່າງປະເທດໃນຂະແໜງກະສິກຳ ແລະປ່າໄມ້, ໃນນັ້ນການປູກກ້ວຍເປັນສິນຄ້າສົ່ງອອກເປັນອີກທາງເລືອກໜຶ່ງທີ່ນັກລົງທຶນຈາກຕ່າງປະເທດໃຫ້ຄວາມສົນໃຈເຂົ້າມາລົງ ທຶນຫຼາຍ, ນັບແຕ່ປີ 2009 ເປັນຕົ້ນມາທີ່ພາກກາງ ແລະພາກໃຕ້ປູກກ້ວຍນ້ຳເພື່ອສົ່ງອອກປະເທດໄທ ແລະຫວຽດນາມ, ສ່ວນເຂດພາກເໜືອໄດ້ມີນັກລົງທຶນ ຈາກ ສປ ຈີນ ເຂົ້າມາລົງທຶນປູກກ້ວຍຫອມເປັນຈຳນວນຫຼາຍ ແລະຂະຫຍາຍຕົວຢ່າງວ່ອງໄວ, ຊຶ່ງມີເນື້ອທີ່ທັງໝົດ 28.600 ເຮັກຕາ, ຜົນຜະລິດລວມ 796.200 ໂຕນ (ສະຖິຕິ 2016), ໃນນັ້ນ ເນື້ອທີ່ຂອງຊາວກະສິກອນ 5.482 ເຮັກຕາ ແລະບໍລິສັດ 23.118 ເຮັກຕາ, ຈາກ 100 ບໍລິສັດ ທີ່ເຂົ້າມາລົງທຶນ.

     ດ້ວຍເຫດນີ້ ຈິ່ງເຮັດໃຫ້ຕົວເລກຂອງການສົ່ງອອກສິນຄ້າຜ່ານດ່ານກັກກັນພືດເຫັນວ່າ ການສົ່ງອອກໝາກກ້ວຍໃນສົກປີ 2011-2012 ຈໍານວນ 101.058 ໂຕນ ເປັນມູນຄ່າ 7,05 ລ້ານໂດລາ, ສົກປີ 2012-2013 ເພີ່ມເປັນ 164.568 ໂຕນ, ສົກ 2013-2014 ແມ່ນຜະລິດໄດ້ 263.420 ໂຕນ, ສົກປີ 2014-2015 ເປັນ 396.798 ໂຕນ, ສົກປີ 2015-2016 ມີເຖິງ 731.667 ໂຕນ ແລະ 6 ເດືອນຕົ້ນປີ 2017 ຍອດການສົ່ງອອກມີ 414.584 ໂຕນ ລວມມູນຄ່າ 84,24 ລ້ານໂດລາ.

     ທ່ານ ວິໄລສຸກ ແຄນດາວົງ ໃຫ້ຮູ້ອີກວ່າ: ສຳລັບການປູກກ້ວຍຢູ່ ສປປ ລາວ ເຖິງແມ່ນຈະມີການຂະຫຍາຍຕົວໄວ ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະທ້ອງຖິ່ນ, ແຕ່ການກຽມຄວາມພ້ອມທາງດ້ານວິຊາການຍັງຈຳກັດ ໂດຍສະເພາະຍັງຂາດຊ່ຽວຊານສະເພາະດ້ານກ່ຽວກັບການນຳໃຊ້ສານເຄມີປາບສັດຕູພືດໃນການຜະລິດກ້ວຍເປັນສິນຄ້າຕົ້ນຕໍແມ່ນຊ່ຽວຊານ ດ້ານຝຸ່ນເຄມີ, ຢາປ້ອງກັນກຳຈັດແມງໄມ້ ແລະໄຮ, ຢາກຳຈັດໜູ, ຢາຂ້າເຊື້ອລາ, ຢາຂ້າຫຍ້າ, ຢາຂ້າກະເດືອນຝອຍ, ຮໍໂມນ ແລະອື່ນໆ.

     ພ້ອມດຽວກັນນັ້ນ ກົນໄກປະສານງານລະຫວ່າງຂະແໜງການວິຊາການ ທີ່ກ່ຽວຂ້ອງນັບແຕ່ຂັ້ນສູນກາງຈົນຮອດຂັ້ນທ້ອງຖິ່ນຕະຫຼອດຮອດຜູ້ປະກອບການ ແລະຊາວກະສິກອນ, ໃນການຄຸ້ມຄອງ ນຳໃຊ້ທີ່ດິນກະສິກຳ, ການຊຸກຍູ້ສົ່ງເສີມເຕັກນິກວິຊາການໃນຂະບວນການຜະລິດກ້ວຍເປັນສິນຄ້າຍັງບໍ່ທັນຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ ເຊັ່ນວ່າ: ແຜນໃນການຈັດສັນພື້ນທີ່ປູກພືດເປັນສິນຄ້າ ເພື່ອສົ່ງອອກສະເພາະ, ນອກຈາກນັ້ນ ດ້ານນິຕິກຳ ກໍຍັງບໍ່ທັນມີການຄຸ້ມຄອງ ແລະນຳໃຊ້ດິນນາ, ບໍ່ທັນມີໂຄງການວິຊາການເພື່ອເຮັດການສຶກສາ, ຄົ້ນຄວ້າທົດລອງ ແລະສົ່ງເສີມການຜະລິດກ້ວຍ ເປັນສິນຄ້າ ເພື່ອການສົ່ງອອກຢ່າງເປັນລະບົບຕ່ອງໂສ້.

ຄະແນນລາຍການນີ້
(0 votes)
ເຂົ້າລະບົບເພື່ອສະແດງຄຳເຫັນ

ຜູ້ໃຊ້ເຂົ້າສູ່ລະບົບ

ຂ່າວໜ້າໜຶ່ງຍອດນິຍົມ

ໄປເທິງສຸດ