ອີງຕາມຂໍ້ມູນຈາກກົມຕຳຫຼວດຈະລາຈອນກະຊວງປ້ອງກັນຄວາມສະຫງົບເປີດເຜີຍສະຖິຕິຕົວເລກການເກີດອຸບັດເຫດໃຫ້ຮູ້ວ່າ: ສຳລັບສະຖິຕິອຸບັດເຫດ ເດືອນມັງກອນ ປີ 2018 ມີອຸບັດເຫດເກີດຂຶ້ນທັງໝົດ 595 ຄັ້ງ, ໃນນັ້ນມີພາຫານະເປ່ເພ 1.004 ຄັນ, ເລັກນ້ອຍ 407 ຄັນ, ສົມຄວນ 575 ຄັນ, ໃຊ້ການບໍ່ໄດ້ 22 ຄັນ ແລະມີຄົນໄດ້ຮັບບາດເຈັບທັງໝົດ 889 ຄົນ, ເລັກນ້ອຍ 399 ຄົນ, ສົມຄວນ 358 ຄົນ, ສາຫັດ 132 ຄົນ ແລະເສຍຊີວິດ 105 ຄົນ.
ສຳລັບອຸບັດເຫດແຂວງທີ່ເກີດຂຶ້ນ ຫຼາຍກວ່າໝູ່ຍັງແມ່ນນະຄອນຫຼວງວຽງ ຈັນເກີດ 103 ຄັ້ງ, ເສຍຊີວິດ 20 ຄົນ ສ່ວນແຕ່ລະແຂວງເປັນຕົ້ນຜົ້ງສາລີເກີດ 7 ຄັ້ງ, ເສຍຊີວິດ 3 ຄົນ, ອຸດົມໄຊເກີດ 53 ຄັ້ງ, ເສຍຊີວິດ 7 ຄົນ, ຫຼວງນ້ຳທາ ເກີດ 15 ຄັ້ງ, ເສຍຊີວິດ 2 ຄົນ, ບໍ່ແກ້ວ ເກີດ 17 ຄັ້ງ, ເສຍຊີວິດ 5 ຄົນ, ໄຊຍະ ບູລີເກີດ 22 ຄັ້ງ, ເສຍຊີວິດ 8 ຄົນ, ຫຼວງພະບາງເກີດ 24 ຄັ້ງ, ເສຍຊີວິດ 6 ຄົນ, ຫົວພັນເກີດ 4 ຄັ້ງ,
ເສຍຊີວິດ 3 ຄົນ, ຊຽງຂວາງເກີດ 18 ຄັ້ງ, ເສຍຊີວິດ 4 ຄົນ, ໄຊສົມບູນເກີດ 8 ຄັ້ງບໍ່ມີຜູ້ເສຍຊີວິດ, ວຽງຈັນເກີດ 52 ຄັ້ງ, ເສຍຊີວິດ 8 ຄົນ, ບໍລິຄຳໄຊເກີດ 23 ຄັ້ງ, ເສຍຊີວິດ 4 ຄົນ ຄຳມ່ວນເກີດ 11 ຄັ້ງ, ເສຍຊີວິດ 2 ຄົນ, ສະຫວັນ ນະເຂດເກີດ 85 ຄັ້ງ, ເສຍຊີວິດ 10 ຄົນ, ສາລະວັນເກີດ 38 ຄັ້ງ, ເສຍຊີວິດ 9 ຄົນ, ຈຳປາສັກເກີດ 80 ຄັ້ງ, ເສຍຊີວິດ 11 ຄົນ, ເຊກອງເກີດ 10 ຄັ້ງ ເສຍຊີວິດ 3 ຄົນ ແລະອັດຕະປືເກີດ 15 ຄັ້ງ ບໍ່ມີ ຄົນເສຍຊີວິດ.