ການຄ້າຈີນ-ຫວຽດນາມ ເພີ່ມຂຶ້ນ 14,6%
ການຮ່ວມມືເສດຖະກິດການຄ້າ ສປ ຈີນ ແລະ ສສ ຫວຽດນາມ ນັບມື້ດີຂຶ້ນ ໂດຍການຄ້າທັງສອງຝ່າຍໃນປີທີ່ຜ່ານມາໄດ້ເພີ່ມຂຶ້ນ 14,6%.
ທ່ານ ຮູໂສຈິນ ທີ່ປຶກສາເສດຖະກິດການຄ້າຂອງສະຖານທູດສປ ຈີນປະຈຳສສ ຫວຽດນາມ ກ່າວໃນກອງປະຊຸມຂ່າວວ່າ, ການຮ່ວມມືເສດຖະກິດການຄ້າຈີນ-ຫວຽດນາມມີຈຸດເດັ່ນຫຼາຍ ຄື ຂະໜາດການຄ້າໄດ້ເປີດກວ້າງອອກຢ່າງວ່ອງໄວ, ສະພາບຄວາມບໍ່ດຸນດ່ຽງກັນດ້ານການຄ້າຄ່ອຍໆປ່ຽນແປງ, ອົງປະກອບດ້ານການຄ້າດີຂຶ້ນຢ່າງວ່ອງໄວ ແລະ ການຄ້າຊາຍແດນໄດ້ເສີມຂະຫຍາຍບົດບາດທີ່ສຳຄັນ. ທ່ານ ຮູໂສຈິນ ກ່າວວ່າ, ປີ 2015 ການຄ້າຈີນ-ຫວຽດນາມໄດ້ເພີ່ມຂຶ້ນ 14,6%, ໃນນັ້ນ ຈີນສົ່ງອອກໄປຫວຽດນາມເພີ່ມຂຶ້ນ 3,8%, ຂະນະທີ່ຫວຽດນາມສົ່ງອອກມາຈີນເພີ່ມຂຶ້ນ 49,1% ເກືອບ 13 ເທົ່າຂອງການນຳເຂົ້າຈາກຈີນ. ຂະນະດຽວກັນ, ຂະແໜງເຕັກນິກ ແລະ ເງິນທຶນລວມສູນຂອງຫວຽດນາມ ໄດ້ພັດທະນາຢ່າງວ່ອງໄວ ໂດຍຄ່ອຍໆກາຍເປັນກຳລັງສຳຄັນຕໍ່ການຄ້າຈີນ-ຫວຽດນາມ.
ນອກນີ້, ການຄ້າຊາຍແດນລະຫວ່າງສອງປະເທດ ໄດ້ກາຍເປັນສ່ວນສຳຄັນທີ່ຂາດບໍ່ໄດ້ ໂດຍໄດ້ເສີມຂະຫຍາຍບົດບາດທີ່ສຳຄັນຕໍ່ການເຮັດໃຫ້ເຂດຊາຍແດນຈະເລີນຮຸ່ງເຮືອງຂຶ້ນ ທັງເຮັດໃຫ້ປະຊາຊົນຮັ່ງມີຂຶ້ນ ແລະຊຸກຍູ້ການພັດທະນາສາຍພົວພັນສອງປະເທດໃຫ້ຈະເລີນງອກງາມຍິ່ງຂຶ້ນ.