ຄວາມ​ໜາຍ​ຂອງ​ຄຳ​ວ່າ “ພະ­ຍານ​ຫຼັກ​ຖານ”

   ການ​ພິ­ຈາ­ລະ­ນາ​ໂດຍ​ສະເພາະ​ແມ່ນ​ຄະ­ດີ​ອາ­ຍາ​ຕ້ອງ​ສາ­ມາດຈຳ­ແນກ​ໃຫ້​ໄດ້​ວ່າ​ສິ່ງ​ໃດ​ຄື​ພະ­ຍານຫຼັກ​ຖານ ແລະ​ສິ່ງ​ໃດ​ທີ່​ບໍ່​ແມ່ນ​ພະຍານ​ຫຼັກ​ຖານພະ­ຍານ​ຫຼັກ​ຖານ​ໃນການ​ດຳ­ເນີນ​ຄະ­ດີ​ຖ້າ​ອະ­ທິ­ບາຍ​ແບບ ແຈ້ງ​ແລ້ວ​ແມ່ນ​ໝາຍ​ເຖິງ​ສິ່ງ​ໃດໆ​ກໍຕາມ​ທີ່​ມີ​ຄຸນ­ສົມ­ບັດ​ສາ­ມາດ​ທີ່​ຈະ​ຊີ້ບອກ ຫຼື ສະ­ແດງ​ໃຫ້​ເຫັນ​ເຖິງ​ຄວາມຈິງ ຫຼື ຄວາມ​ບໍ່​ຈິງ​ໃນ​ບັນ­ຫາ​ທີ່​ມີ​ຂໍ້ຂັດ​ແຍ່ງ​ກັນ​ໃນ​ຄະ­ດີ​ໃດ​ໜຶ່ງ​ໄດ້, ບໍ່​ວ່າຈະ​ຢູ່​ໃນ​ສະ­ພາບ​ຂອງ​ຫຼັກ​ຖານ​ບຸກຄົນ, ຫຼັກ​ຖານ​ເອ­ກະ­ສານ ຫຼື ຫຼັກຖານ​ທາງ​ດ້ານ​ວັດ­ຖຸ​ກໍ​ຕາມ ຊຶ່ງ​ນິຍາມ​ຂອງ​ຄຳ​ວ່າ​ຫຼັກ​ຖານ ແລະ​ປະເພດ​ຂອງ​ຫຼັກ​ຖານ​ຕາມ​ກົດ­ໝາຍ​ດຳເນີນ​ຄະ­ດີ​ອາ­ຍາ​ຕາມ​ມາດ­ຕາ 27 ແລະ 28 ກໍ​ໄດ້​ລະ­ບຸ​ໄວ້​ຢ່າງ​ຈະ­ແຈ້ງພໍ​ສົມ­ຄວນ.

   ສ່ວນ­ວ່າ​ສິ່ງ​ໃດ​ທີ່​ບໍ່​ແມ່ນ​ຫຼັກ​ຖານນັ້ນ​ກົດ­ໝາຍ​ກໍ​ບໍ່​ໄດ້​ກຳ­ນົດ​ໄວ້​ຢ່າງ ຈະ­ແຈ້ງ​ເທື່ອ ດັ່ງ­ນັ້ນ ຈິ່ງ​ມີ​ຄຳ​ຖາມວ່າ​ມີ​ສິ່ງ​ໃດ​ແດ່​ທີ່​ບໍ່​ແມ່ນ​ພະ­ຍານ​ຫຼັກຖານ? ຊຶ່ງ​ບໍ່​ສາ­ມາດ​ເອົາ​ມາ​ໃຊ້​ເປັນຫຼັກ, ເປັນ​ຖານ​ໃນ​ການ​ວິ­ນິດ​ໄສ​ລະຫວ່າງ​ເນື້ອ​ຄະ­ດີ ແລະ​ຂໍ້​ກົດ­ໝາຍໄດ້.

ຂໍ​ຍົກ​ຕົວ­ຢ່າງ ສິ່ງ​ທີ່​ບໍ່​ແມ່ນ​ຫຼັກຖານຕົວ­ຢ່າງ​ຄວາມ​ຮູ້, ຄວາມ​ເຫັນ ແລະ​ຄວາມ​ເຂົ້າ­ໃຈ​ຂອງ​ຜູ້​ພິ­ພາກ­ສາທີ່​ຕັດ­ສິນ​ຄະ­ດີ​ນັ້ນ ຫຼື ຄວາມ​ຮູ້​ຄວາມເຫັນ​ຂອງ​ສານ​ເອງ ຖື​ວ່າ​ບໍ່​ແມ່ນ​ພະຍານ​ຫຼັກ​ຖານ ເພາະ​ໂດຍ​ທິດ​ສະ​ດີ ແລ້ວ​ພະ­ຍານ​ຫຼັກ​ຖານ​ຕ້ອງ​ເປັນ​ສິ່ງທີ່­ຢູ່​ນອກ​ຕົວ​ຂອງ​ຜູ້​ພິ­ພາກ­ສາ​ທີ່​ຕັດສິນ​ຄະ­ດີ​ນັ້ນໆ.

ສິ່ງ​ທີ່​ເປັນ­ຄວາມ​ຮູ້, ຄວາມ​ເຫັນຄວາມ​ເຂົ້າ­ໃຈ​ຂອງ​ຜູ້​ພິ­ພາກ­ສາ​ຈິ່ງ​ຖືວ່າ​ບໍ່​ແມ່ນ​ພະ­ຍານ​ຫຼັກ​ຖານ​ທີ່​ສາມາດ​ນຳ​ມາ​ໃຊ້​ຕັດ­ສິນ​ບັນ­ຫາ​ໃນ​ຄະ ດີ​ນັ້ນ​ໄດ້ຕົວ­ຢ່າງ​ວ່າ​ຖ້າ​ຜູ້​ພິ­ພາກ­ສາທີ່​ຮູ້​ເຫັນ​ເຫດ­ການ​ໃນ​ເລື່ອງ​ໃດ​ເລື່ອງໜຶ່ງ ຫຼື ໃນ​ເຫດ­ການ​ໃດ​ເຫດ­ການ​ໜຶ່ງມີ​ຈຸດ­ປະ­ສົງ​ຈະ​ເປັນ​ພະ­ຍານ​ບຸກ­ຄົນໃນ​ຄະ­ດີ​ນັ້ນ​ກໍ​ໄດ້, ແຕ່​ກໍ​ຕ້ອງ​ຖອນຕົວ​ອອກ​ຈາກ​ການ​ພິ­ຈາ­ລະ­ນາ​ຄະ­ດີນັ້ນ​ເສຍ​ກ່ອນ, ແລ້ວ​ຈິ່ງ​ສາ­ມາດ​ເຂົ້າເປັນ​ພະ­ຍານ​ບຸກ­ຄົນ​ໃນ​ຄະ­ດີ​ນັ້ນ​ໄດ້ຜູ້​ພິ­ພາກ­ສາ ແລະ​ພະ­ຍານ​ບຸກ­ຄົນຂອງ​ຄະ­ດີ​ທີ່​ຈະ​ຕັດ­ສິນ​ນັ້ນ​ບໍ່​ສາ­ມາດຈະ​ເປັນ​ບຸກ­ຄົນ ຄົນ​ດຽວ​ກັນ​ໄດ້ ດັ່ງນັ້ນ ຈິ່ງ​ມີ​ຄຳ​ຖາມ​ເກີດ​ຂຶ້ນ​ວ່າ​ເປັນຫຍັງ​ຈິ່ງ​ມີ​ກົດ­ເກນ​ຈຳ­ກັດ​ໄວ້​ແບບ​ນີ້? ເປັນ​ຫຍັງ​ພວກ​ເຮົາ​ຈິ່ງ​ບໍ່​ເບິ່ງ​ອີກມຸມ​ໜຶ່ງ​ວ່າ​ເມື່ອ​ຜູ້​ພິ­ພາກ­ສາ ທ່ານ​ນັ້ນ ຫາກ​ຮູ້​ເອງ ຫຼື ເຫັນ​ເອງ​ກ່ຽວ​ກັບ​ເຫດການ​ທີ່​ເກີດ​ຂຶ້ນ​ຍິ່ງ​ຖື​ວ່າ​ເປັນ​ພະ­ຍານບຸກ­ຄົນ​ທີ່​ເຊື່ອ​ໄດ້​ທີ່​ສຸດ ແລະ​ມີ​ຄວາມແນ່­ນອນ​ທີ່​ສາ­ມາດ​ເຊື່ອ​ຖື​ໄດ້​ຍິ່ງ​ກວ່າ​ພະ­ຍານ​ບຸກ­ຄົນຄົນ​ອື່ນໆ​ທີ່​ເປັນ​ບຸກຄົນ​ທຳ​ມະ​ດາ​ທົ່ວ​ໄປ ຊຶ່ງ​ບຸກ­ຄົນ​ເຫຼົ່ານັ້ນ​ອາດ​ຈະ​ໃຫ້­ການ​ເທັດ ຫຼື ອາດ​ຈະໃຫ້­ການ​ບໍ່​ກົງ​ກັບ​ຄວາມ​ເປັນ​ຈິ່ງ ຊຶ່ງບໍ່​ແນ່­ນອນ​ຈະ­ແຈ້ງ​ເທົ່າ​ກັບ​ຜູ້​ພິ­ພາກສາ​ທີ່​ໄປ​ພົບ, ໄປ​ເຫັນ ຫຼື ໄປ​ໄດ້​ຍິນເຫດ­ການ​ມາ​ດ້ວຍ​ຕົວ​ເອງ, ຄື​ກັບ​ວ່າ ຄວາມ​ຮູ້​ເຫັນ​ຂອງ​ຜູ້​ພິ­ພາກ­ສາ​ທີ່​ຕັດ ຄະ­ດີ​ນັ້ນ​ມີ​ຄວາມ​ແນ່­ນອນ​ຍິ່ງ​ກວ່າພະ­ຍານ​ໂດຍ​ກົງ​ຊ້ຳ​ອີກ​ແລ້ວ​ເປັນຫຍັງ​ຜູ້​ພິ­ພາກ­ສາ​ທີ່​ຄົ້ນ­ຄວ້າ​ຄະ­ດີນັ້ນໆ ຈິ່ງ​ບໍ່​ສາ­ມາດ​ເປັນ​ພະ­ຍານ​ບຸກ ຄົນ​ໃນ​ຄະ­ດີ​ດຽວ​ກັນ​ໄດ້? ໃນ​ກໍ­ລະ­ນີ ນີ້​ຜູ້​ຂຽນ​ຈະ​ຂໍ​ອະ­ທິ­ບາຍ​ວ່າ ໃນຄວາມ​ເປັນ​ຈິງ​ແລ້ວ​ໂດຍ​ຫຼັກ​ຈິດ​ຕະວິ­ທະ­ຍາ​ນັ້ນ ສ່ວນ​ໃຫຍ່​ຄົນ​ທີ່​ເປັນ​ພະຍານ​ທີ່​ພົບ​ປະ­ສົບ​ເຫດ­ການ​ຢ່າງ­ໃດ ຢ່າງ​ໜຶ່ງ​ມາ​ມັກ​ຈະ​ເກີດ​ຄວາມ​ລຳອຽງ​ເຂົ້າ​ຂ້າງ​ອອກ​ຂາ ສິ່ງ​ທີ່​ຕົວ​ເອງປະ­ສົບ​ແລ້ວ ແລະ​ຢຶດ​ໝັ້ນ​ວ່າ​ຕົນ​ເອງ ໄດ້​ພົບ​ເຫັນ​ແນວ​ນັ້ນ​ເກີດ​ຂຶ້ນ​ແທ້ ສະນັ້ນ ຖ້າ​ໃຫ້​ຜູ້​ພິ­ພາກ­ສາ​ເອົາ​ຄວາມເຫັນ​ຂອງ​ຕົວ​ເອງ​ເອົາ​ປະ­ສົບ​ການຂອງ​ຕົວ​ເອງ​ມາ​ຕັດ­ສິນ​ໄດ້​ກໍ​ເທົ່າ​ກັບວ່າ​ຝ່າຍ​ກົງ­ກັນ­ຂ້າມ ຫຼື ຄູ່​ຄວາມ​ອີກ ຝ່າຍ​ໜຶ່ງ​ຈະ​ບໍ່​ມີ​ທາງ​ຕໍ່­ສູ້​ຄະ­ດີ​ນັ້ນ ໄດ້ເລີຍ​ຕ້ອງ​ເສຍ​ຄະ­ດີ​ຢ່າງ​ແນ່­ນອນ ເພາະ​ຖື​ວ່າ​ບໍ່​ມີ​ຄົນ​ກາງ​ທີ່​ຈະ​ຕັດ­ສິນຄະ­ດີ​ນີ້​ໄດ້ ດັ່ງ­ນັ້ນ ຈິ່ງ​ລະ­ບຸ​ໄດ້​ວ່າ​ສິ່ງທີ່​ເປັນ­ຄວາມ​ຮູ້, ຄວາມ​ເຫັນ, ຄວາມເຂົ້າ­ໃຈ​ຂອງ​ຜູ້​ພິ­ພາກ­ສາ​ຈິ່ງ​ຖື​ວ່າ​ບໍ່ແມ່ນ​ພະ­ຍານ​ຫຼັກ​ຖານ​ທີ່​ສາ­ມາດ​ນຳມາ​ໃຊ້​ຕັດ­ສິນ​ບັນ­ຫາ​ໃນ​ຄະ­ດີ​ນັ້ນ​ໄດ້.

ທີ່ມາ: ເສດຖະກິດ-ສັງຄົມ, ພາບປະກອບຈາກອິນເຕີເນັດ

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

This site uses Akismet to reduce spam. Learn how your comment data is processed.

Copy Protected by Chetan's WP-Copyprotect.