ຕັດເຄື່ອງ ອາຊີບທີ່ມີທ່າແຮງ ທັງສ້າງລາຍໄດ້ທີ່ໝັ້ນຄົງ
ງານຕັດງານຫຍິບແມ່ນວຽກໜຶ່ງທີ່ຕິດພັນກັບເອື້ອຍນ້ອງແມ່ຍິງປະຈຳບ້ານ ຊຶ່ງເອື້ອຍນ້ອງແມ່ຍິງສ່ວນໃຫຍ່ຍັງບໍ່ທັນເບິ່ງເຫັນທ່າແຮງຂອງວຽກງານດັ່ງກ່າວໃນເຊີງເສດຖະກິດ ແຕ່ຖ້າເຮັດໄດ້ເຮັດ ເຖິງກໍຈະນຳມາດ້ານລາຍຮັບຢ່າງ ມະຫະສານ ແລະໝັ້ນຄົງ ດັ່ງທ່ານ ສຸບິນ ຫຼວງລາດທີ່ບໍລິການຕັດຫຍິບແບບຄອບຄົວ ດຽວນີ້ກາຍເປັນທຸລະກິດໃຫຍ່ສ້າງສິນຄ້າຫຍີ່ຫໍ້ຕົນເອງເປັນທີ່ນິຍົມຈາກຜູ້ຊົມໃຊ້.
ທ່ານ ສຸບິນ ຫຼວງລາດ ເຈົ້າຂອງທຸລະກິດ ສຸບິນ ຕັດຫຍິບ ເປີດໃຈຕໍ່ສື່ ພວກເຮົາວ່າ: ຕົນເອງມັກຮັກໃນວຽກງານຕັດຫຍິບເປັນຊີວິດຈິດໃຈ ແລະມີຄວາມໃຝ່ຝັນຢ່າງຕັ້ງໜ້າໃນການດຳເນີນທຸລະກິດດ້ານນີ້ ຈິ່ງໄດ້ສຶກສາຮຽນຮູ້ວິຊາການຕັດຫຍິບ ແລ້ວຕັດສິນໃຈບໍລິການຕັດຫຍິບ ແບບຄອບຄົວ, ຜ່ານການຈັດຕັ້ງປະຕິບັດຕົວຈິງກໍພົບວ່າເບື້ອງຕົ້ນ ສັງຄົມກໍບໍ່ທັນໃຫ້ຄວາມສົນໃຈພໍປານໃດແຕ່ກໍໃຊ້ຄວາມພະຍາຍາມ ອົດທົນໃຊ້ເວລາ ພ້ອມຢຶດໝັ້ນບໍລິການດີ, ເຮັດດີມີຄຸນນະພາບ ແລະ ການປະຕິບັດກໍເປັນຄືແນວນັ້ນ ລູກຄ້າມາເຮັດກໍໄດ້ຮັບການບອກຕໍ່ຈາກນັ້ນລູກຄ້າຄ່ອຍໆມີເພີ່ມຂຶ້ນເທື່ອລະນ້ອຍ ຈາກບຸກຄົນກາຍເປັນກຸ່ມຄົນ, ຫ້ອງການ, ສຳນັກງານ, ອົງການຕ່າງໆກໍມາໃຊ້ບໍລິການເຮັດໃຫ້ທຸລະກິດເຕີບໃຫຍ່ມີຜົນກຳໄລທຸກໆປີ, ການບໍລິການກໍແພ່ອອກຫຼາກຫຼາຍເປັນຕົ້ນອອກແບບຕັດ ຫຍິບເຄື່ອງນຸ່ງຍິງຊາຍ, ຊຸດເຈົ້າ ບ່າວ-ເຈົ້າສາວ, ຊຸດສາກົນຍິງ- ຊາຍ, ເຄື່ອງນຸ່ງຊັ້ນນຳ, ກະເປົ໋າ, ເກີບ ແລະອື່ນໆ ພິເສດກໍສາມາດອອກແບບ ແລະເປີດເປັນສິນຄ້າແບຣນເນມຂອງຕົນຄືຍີ່ຫໍ້ສຸບິນ ແລະກໍເປີດຫ້ອງວາງຂາຍເປັນ ສາຂາສອງທີ່ບ້ານອຸບມຸງ ເມືອງສີ ໂຄດຕະບອງ ເມືອຕົ້ນປີ 2016 ນີ້.
ນີ້ເປັນຜົນການປະກອບການ ແລະຄວາມພະຍາມຍາມທີ່ສະສົມມາເປັນເວລາຫຼາຍສິບປີ ຈິ່ງເຮັດໃຫ້ສຸບິນປະສົບຜົນສຳເລັດ ດຽວນີ້ກາຍເປັນນັກອອກແບບທີ່ເກັ່ງ, ສັງ ຄົມກໍຄືຜູ້ຊົມໃຊ້ມີຄວາມໝັ້ນໃຈໃຊ້ບໍລິການຈົນຮັບບໍລິການບໍ່ທັນ, ແນວໃດກໍຕາມ ຈາກຜົນການປະກອບການດີຄືແນວນີ້ ສຸບິນມີແຜນຈະຂະຫຍາຍສາຂາ 3 ອີກ ແລະ ສ້າງເປັນໂຮງງານໃນອະນາຄົດ ທັງນີ້ກໍເພື່ອສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້ກໍຄືຕະຫຼາດ ໂດຍສະເພາະການຊົມໃຊ້ໃນຕະຫຼາດອາຊີທີ່ມີແຜນບຸກໃນອະນາຄົດ.
ຂະແໜງການຕັດຫຍິບເປັນຂະແໜງອຸດສາຫະກຳທີ່ລັດຖະບານ ກຳນົດເປັນສິນຄ້າບຸລິມະສິດໃນການສົ່ງອອກສົ່ງຜົນດ້ານບວກ ແກ່ຜູ້ປະກອບການກໍຄືຜູ້ລົງທຶນໃນ ອຸດສາຫະກຳຕັດຫຍິບ ສະນັ້ນ ສຸບິນຫຼວງລາດ ກໍເປັນຜູ້ປະກອບການດ້ານການຕັດຫຍິບທີ່ຈະຕ້ອງໄດ້ ບຸກບືນອີກຕື່ມໃນການສ້າງສິນຄ້າຄຸນນະພາບເຂົ້າສູ່ຕະຫຼາດສາກົນໂດຍສະເພາະ ໃນຕະຫຼາດອາຊີເພື່ອດຶງລາຍຮັບເຂົ້າຕົນເອງ ແລະ ເຂົ້າປະເທດ.