ນ້ຳດື່ມໄອເດັຍລີ ຜະລິດນ້ຳຫວານກິ່ນໜາກໄມ້ ເຈາະຕະຫຼາດເຄື່ອງດື່ມ
ໂຮງງານນ້ຳດື່ມໄອເດັຍລີ ລານທຽນທີ່ເນັ້ນຮູບແບບຊື້ງ່າຍຂາຍງ່າຍກຳໄລງາມ ເປີດໄອເດັຍສ້າງສັນຜະລິດນ້ຳຫວານກິ່ນໝາກໄມ້ຕຸກຂະໜາດ 200 ML ຈຳນວນ 5 ລົດຊາດ ໃນລາຄາພັນກີບຕໍ່ຕຸກ ເຈາະຕະຫຼາດເຄື່ອງດື່ມ, ທັງນີ້ ກໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກດ້ານເຄື່ອງດື່ມ ໂດຍສະເພາະເດັກນ້ອຍ.
ທ່ານ ສັນຕິໄຊ ສະນິດນາ ຜູ້ຈັດການທົ່ວໄປ ໂຮງງານນ້ຳດື່ມໄອເດັຍລີ ລານທຽນ ໃຫ້ສຳພາດຫວ່າງ ບໍ່ດົນມານີ້ຮູ້ວ່າ: ໂຮງງານນ້ຳດື່ມ ໄອເດັຍລີ ສ້າງຕັ້ງຂຶ້ນຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ນະຄອນຫຼວງ ວຽງຈັນໃນວັນທີ 1 ສິງຫາ 2007 ມາຮອດປະຈຸບັນມີອາຍຸໄດ້ 10 ປີ, ໂດຍ ເປັນການລົງທຶນຮ່ວມກັນລະຫວ່າງນັກທຸລະກິດລາວ ແລະນັກທຸລະກິດຈີນ ໃນຮູບແບບການລົງທຶນວິສາຫະກິດ (ໂດຍນັກທຸລະກິດລາວ ຖືຮຸ້ນ 30% ແລະນັກທຸລະກິດຈີນ ຖືຮຸ້ນ 70%) ຊຶ່ງໄດ້ຕໍ່ຍອດເອົານ້ຳທຳມະດາທີ່ຄຸນນະພາບດີມາແປຮູບເປັນນ້ຳດື່ມທີ່ສະອາດ, ຖືກຕ້ອງຕາມຫຼັກສຸຂະອະນາໄມ ແລະຜ່ານການຮັບຮອງຈາກກົມອາຫານ ແລະຢາ (ອຢ).
ຜ່ານການຈຳໜ່າຍໃນໄລຍະຜ່ານມາ ເຫັນວ່າ ນ້ຳດື່ມໄອເດັຍລີ ແມ່ນໄດ້ຮັບ ຄວາມສົນໃຈຈາກບັນດາລູກຄ້າຫຼາຍພໍສົມຄວນ, ໂດຍສະເພາະແມ່ນລະດູຮ້ອນ ຄວາມຕ້ອງການຂອງຕະຫຼາດແມ່ນມີ ຈຳນວນເພີ່ມຂຶ້ນເກືອບເທົ່າຕົວ ໃນໄລຍະ ດັ່ງກ່າວພວກເຮົາກໍ່ໄດ້ເລັ່ງຜະລິດທັງເວັນ ແລະຄືນແຕ່ກໍຍັງບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ, ເພາະກຳລັງ ການຜະລິດ ພວກເຮົາໃນມື້ໜຶ່ງແມ່ນໄດ້ພຽງ 1 ພັນແກັດເທົ່ານັ້ນ, ຢ່າງໃດກໍຕາມ ໂຮງງານພວກເຮົາມີແຜນຈະຂະຫຍາຍ ເຄື່ອງຈັກໃນການເພີ່ມກຳລັງການຜະລິດ ຂຶ້ນຕື່ມເພື່ອໃຫ້ຖ່ວງທັນກັບຄວາມຕ້ອງ ການຂອງຕະຫຼາດ ແລະສິ່ງທີ່ເປັນຈຸດເດັ່ນຂອງຜະລິດຕະພັນນ້ຳດື່ມຂອງໂຮງງານເຮົາແມ່ນມີຫຼາຍຂະໜາດແຕກຕ່າງກັນຄື: ຂະໜາດ 20 ລິດ, ຂະໜາດ 1.500 ມິລີລິດ, ຂະໜາດ 600 ມິລີ ລິດ, ຂະໜາດ 350 ມິລີລິດ ແລະ 250 ມິລີລິດ ອັນເປັນທາງເລືອກທີ່ຫຼາກຫຼາຍແກ່ກຸ່ມລູກຄ້າ.
ທ່ານ ສັນຕິໄຊ ສະນິດນາ ໃຫ້ຮູ້ອີກວ່າ: ເພື່ອເປັນການຮັບມື ແລະຫັນປ່ຽນກົນລະຍຸດດ້ານການຕະຫຼາດໃນຍຸກເຊື່ອມໂຍງນີ້ ປະຈຸບັນທາງໂຮງງານນ້ຳດື່ມພວກເຮົາໄດ້ເປີດແນວຄວາມຄິດຜະລິດນ້ຳຫວານກິ່ນໝາກໄມ້ອອກມາຈຳໜ່າຍຕື່ມອີກໃນລະຫວ່າງເດືອນເມສາ 2016 ເປັນຕົ້ນມາ ໂດຍມີທັງໝົດ 5 ລົດຊາດ ຫຼື 5 ສີດ້ວຍກັນຄື: ລົດຊາດໝາກກ້ຽງ, ໝາກແຄນຕະລູບ, ໝາກນັດ, ໝາກອາງຸ່ນ ແລະລົດຊາດໝາກສະຕໍເບີຣີ, ໃນປະລິມານດຽວກັນກໍຄື 200 ມິລີລິດ (ML) ໃນລາຄາ 1.000 ກີບຕໍ່ຕຸກ, ເພື່ອ ຫວັງບຸກຕະຫຼາດເຄື່ອງດື່ມໃນ ສປປ ລາວ ໂດຍອີງໃສ່ທ່າແຮງທີ່ໄດ້ປຽບຄື ເນັ້ນທີ່ລາຄາຖືກ ແລະຄຸນນະພາບດີ.
ຈຸດສຳຄັນຄືທາງໂຮງງານພວກເຮົາ ສາມາດຜະລິດກະຕຸກເອງ, ໂດຍເອົາວັດ ຖຸດິບເມັດຢ່າງແລ້ວນຳມາຫຼອມເປັນຫຼອດຫຼັງຈາກນັ້ນແລ້ວຄ່ອຍເປົ່າເປັນຕຸກ, ໃນການຜະລິດນ້ຳຫວານນັ້ນແມ່ນໄດ້ນຳເອົານ້ຳດື່ມມາຕໍ່ຍອດໃນການປະສົມ, ຊຶ່ງສ່ວນປະສົມໂດຍປະມານປະກອບມີ: ຫົວເຊື້ອເຂັ້ມຄົ້ນຂອງນ້ຳໝາກໄມ້ເພື່ອຈະໃຫ້ມັນເປັນນ້ຳຫວານປະມານ 25% ຕໍ່ຕຸກ, ນ້ຳຕານ 10%, ກົດໝາກໜາວ 0,03%, ກົດອາເມລິກ 0,01%, ໃສ່ສີສັງເຄາະ, ແຕ່ງກິ່ນສັງເຄາະ ແລະໃຊ້ສານກັນບູດ, ຂະນະທີ່ອາຍຸໃນການເກັບມ້ຽນແມ່ນມີ ໄລຍະ 1 ປີ ຕາມທີ່ກົມອາຫານ ແລະ ຢາກຳນົດ.
ແນວໃດກໍຕາມ ຜ່ານການທົດລອງຕະຫຼາດພາຍໃນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນທີ່ເປັນລູກຄ້າເກົ່າ ຫຼື ຕົວແທນຈຳໜ່າຍນ້ຳດື່ມ ໃນໄລຍະ 3 ເດືອນຜ່ານມາ ເຫັນໄດ້ວ່າຜະລິດຕະພັນເຄື່ອງດື່ມດັ່ງກ່າວແມ່ນໄດ້ຮັບການຕອບຮັບຈາກລູກຄ້າກໍຄືຜູ້ບໍລິໂພກດີພໍສົມຄວນ ທັງນີ້ກໍຍ້ອນວ່າເປັນຜະລິດຕະພັນໃໝ່ມີມາດຕະຖານ, ລົດຊາດແຊບ, ລາຄາຖືກ, ສາມາດດື່ມໄດ້ທັງເດັກນ້ອຍ ແລະຜູ້ໃຫຍ່, ນອກນີ້ ຍັງເປັນສິນຄ້າທີ່ໄດ້ຮັບຮອງຈາກກົມອາຫານ ແລະຢາ, ດ້ານມາດຕະຖານ ແລະຫຼັກອະນາໄມ, ອັນເຮັດໃຫ້ສິນຄ້າພວກເຮົາບໍ່ສາມາດຜະລິດ ຫຼື ສະໜອງໄດ້ຖ່ວງທັນກັບຄວາມຕ້ອງການຂອງຕະຫຼາດ ເນື່ອງຈາກເຄື່ອງຈັກການຜະລິດພວກເຮົາຍັງເປັນຂະໜາດນ້ອຍ ແລະແຕ່ລະມື້ແມ່ນຜະລິດໄດ້ 2 ພັນແພັກຕໍ່ມື້ (ແພັກລະ 24 ຕຸກ) ແລະ ສາມາດຜະລິດເທື່ອລະລົດຊາດ, ແຕ່ຄາດວ່າເດືອນຕຸລາຈະມາເຖິງນີ້ ກຳລັງການຜະລິດໜ້າຈະພຽງພໍກັບຄວາມຮຽກຮ້ອງ ຕ້ອງການທີ່ມີບາດກ້າວເພີ່ມຂຶ້ນນັບມື້.
ສຳລັບທິດທາງແຜນການໃນຕໍ່ໜ້າທາງໂຮງງານຈະເລັ່ງຂະຫຍາຍຖານການຜະລິດນ້ຳດື່ມ ແລະເຄື່ອງດື່ມນ້ຳ ຫວານໃຫ້ມີກຳລັງການຜະລິດເພີ່ມຂຶ້ນ ເພື່ອໃຫ້ສາມາດສະໜອງສິນຄ້າໃຫ້ໄດ້ ທ່ວງທັນກັບຄວາມຕ້ອງການຂອງຕະຫຼາດ, ພ້ອມນີ້ພວກເຮົາກໍ່ຍັງເລັ່ງຂະ ຫຍາຍຕະຫຼາດໂດຍເນັ້ນໃສ່ແຕ່ລະສາຂາຂອງເອັມພອຍມາກ ແລະຮ້ານຄ້າໃນ ເຄືອປ້ຳນ້ຳມັນ ປຕທ ແລະຕົວແທນຈຳໜ່າຍໃຫ້ໄດ້ທົ່ວທຸກແຂວງໃນຂອບເຂດທົ່ວປະເທດ, ສະເພາະແຜນໄລຍະໃກ້ນີ້ ໂຮງງານເຮົາມີແຜນຜະລິດນ້ຳໝາກ ຂາມຕື່ມອີກ ຊຶ່ງປະຈຸບັນແມ່ນຢູ່ໃນຂັ້ນຕອນລໍຖ້າການກວດກາຜ່ານຂອງ ອຢ ແລ້ວຈະເລີ່ມລົງມືຜະລິດທັນທີ.
ໂດຍການຈຳໜ່າຍສິນຄ້າໃນປະຈຸບັນນັ້ນ ແມ່ນຢູ່ຕາມຮ້ານຄ້າເອັມພອຍມາກ ແລະຮ້ານຄ້າໃນເຄືອປ້ຳນ້ຳມັນ ປຕທ, ນອກນີ້ຍັງມີຈຳໜ່າຍຕາມຮ້ານຄ້າຂາຍສົ່ງຕ່າງໆ, ຖ້າຖາມວ່າເປັນຫຍັງຄືຕັ້ງລາຄາຕ່ຳແທ້ ຂໍຕອບເລີຍວ່າ, ຂະນະທີ່ໃນຕອນທ້າຍ ທ່ານຜູ້ຈັດການຍັງໄດ້ຝາກເຖິງພໍ່ແມ່ປະຊາຊົນລາວໃນຂອບເຂດທົ່ວປະເທດຊ່ວຍອຸດໜູນຜະລິດຕະພັນລາວ, ເພື່ອຊ່ວຍສົ່ງເສີມຜະລິດຕະພັນລາວກ້າວໄປສູ່ຜົນສຳເລັດ ແລະມີຊື່ສຽງ, ອັນເປັນທີ່ມາຂອງການສ້າງສາພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເອົາເປັນວ່າ ທ່ານໃດທີ່ສົນໃຈຜະລິດຕະພັນ ທີ່ວ່ານີ້ກໍສາມາດໄປຊື້ກັນໄດ້ຕາມຮ້ານຄ້າເອັມພອຍມາກ ແລະຮ້ານຄ້າໃນເຄືອ ປ້ຳນ້ຳມັນ ປຕທ, ນອກນີ້ຍັງມີຈຳໜ່າຍຕາມຮ້ານຄ້າຂາຍສົ່ງຕ່າງໆ ຫຼື ທ່ານໃດ ຫາກສົນໃຈເປັນຕົວແທນຈຳໜ່າຍກໍສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ເບີໂທລະສັບ: 021 760370 ຫຼື 020 96245623.
ຂ່າວ : ໂອຫຼົດ ເສດຖະກິດ-ສັງຄົມ