ປະຫວັດຄວາມເປັນມາຂອງປະເພນີປີໃໝ່ລາວ

ບຸນປີໃໝ່ລາວ ຫຼື ເອີ້ນວ່າ ກຸດສົງການ ເປັນປະເພນີໜຶ່ງຂອງລາວເຮົາທີ່ສືບທອດປະຕິບັດມາແຕ່ບູຮານນະການ ແລະ ກໍເປັນບຸນສະເຫຼີມສະຫຼອງກັນທົ່ວປະເທດ ຕັ້ງແຕ່ເໜືອຕະຫຼອດໃຕ້ ປີລະຄັ້ງໃນເດືອນ 4 ( ເມສາ ) ເຊິ່ງນອກຈາກປະເທດລາວເຮົາແລ້ວ ບາງປະເທດຢູ່ໃກ້ຄຽງກໍສະຫຼອງສົງການເໝືອນກັນ ເຊັ່ນ: ປະເທດໄທ, ກຳປູເຈຍ ແລະ ມຽນມາ ເປັນຕົ້ນ.

ເມື່ອໃກ້ຈະຮອດບຸນປີໃໝ່ ຊາວລາວພາກັນກະກຽມຕ້ອນຮັບຢ່າງເປັນຂະບວນຟົດຟື້ນ ເລີ່ມຈາກການທຳ ຄວາມສະອາດເຮືອນຊານບ້ານຊ່ອງ, ກະກຽມຫາດອກໄມ້, ນໍ້າອົບ – ນໍ້າຫອມ ເຊັ່ນ: ດອກເຂັມຂາວ, ດອກຂັດເຄົ້າ, ດອກຈຳປາ, ດອກຈຳປີ, ດອກດາວເຮືອງ, ດອກຄູນ ແລະ ອື່ນໆ ເພື່ອເອົາມາປະສົມໃສ່ກັນປຸງແຕ່ງນ້ຳຫອມຫົດສົງພໍ່ແມ່, ຄູບາອາຈານ ແລະ ພະພຸດທະຮູບ ແຕ່ໂດຍສ່ວນໃຫຍ່ນໍ້າຫອມສົງພະ ມັກຈະປະສົມນ້ຳສະອາດກັບຂີ້ໝິ້ນ, ໝາກສົ້ມປ່ອຍເຜົາໄຟ ແລະ ກີບດອກໄມ້ຊະນິດຕ່າງໆ. ນອກຈາກນັ້ນ, ຄົນລາວຍັງນິຍົມເອົາດອກ ແລະ ໃບຄູນ ມາເໜັບໄວ້ປະຕູຮົ້ວເຮືອນ ເພາະມີຄວາມເຊື່ອວ່າເປັນສີລິມຸງຄຸນແກ່ຄອບຄົວ.

ອີງຕາມປະເພນີທີ່ສືບເນື່ອງມາແຕ່ບູຮານນະການ ບຸນປີໃໝ່ລາວແມ່ນປະຕິບັດ 3 ວັນ ຄື: ວັນສັງຂານ ຫຼື ວັນສັງຂານລ່ວງ ເຊິ່ງໝາຍເຖິງວັນສົ່ງທ້າຍປີເກົ່າ, ວັນເນົາ ເຊິ່ງໝາຍເຖິງວັນລະຫວ່າງກາງ ແລະ ວັນສັງຂານຂຶ້ນ ເຊິ່ງແມ່ນວັນເລີ່ມຕົ້ນຂອງປີໃໝ່ນັ້ນເອງ.

ຕາມການບອກເລົ່າຂອງຜູ້ເຖົ້າ ແລະ ອີງໃສ່ປຶ້ມປະຫວັດຮີດສິບສອງຄອງສິບສີ່ ໃຫ້ຮູ້ກ່ຽວກັບ ວັນບຸນປີໃໝ່ລາວ ຫຼື ວັນກຸດສົງການນີ້ ມີນິທານເລື່ອງໜຶ່ງໄດ້ກ່າວໄວ້ວ່າ: ກາລະຄັ້ງໜຶ່ງນານມາແລ້ວ ມີລູກເສດຖີຄົນໜຶ່ງ ຊື່ ທຳມະປະລະກຸມມານ ຫຼື ເອີ້ນວ່າ ທຳມະບານ ເປັນຄົນມີຄວາມຮູ້, ສະຫຼາດຫຼັກແຫຼມ ແລະ ສາມາດເຂົ້າໃຈພາສານົກໄດ້. ລາວໄດ້ອອກທ່ຽວສອນທຳມະ ແລະ ຄວາມຮູ້ໃຫ້ແກ່ປວງຊົນທັງຫຼາຍ ເຊິ່ງເຮັດໃຫ້ຄົນທັງຫຼາຍສັດທາ ແລະ ເຄົາລົບນັບຖື ຈົນມີຊື່ສຽງເລື່ອງລືໄປທົ່ວພິພົບ ເຮັດໃຫ້ ພະຍາ ກະບິນລະພົມ ຢາກທົດສອບ ຄວາມສະຫຼາດຂອງ ທ້າວ ທຳມະປະລະກຸມມານ. ດັ່ງນັ້ນ, ພະຍາ ກະບິນລະພົມ ຈຶ່ງໄດ້ສະເດັດລົງມາຫາ ທຳມະປະລະກຸມມານ ແລະ ຕັ້ງຄຳຖາມ 3 ຂໍ້ ຄື: 1). ຕອນເຊົ້າ ສີລິຂອງຄົນຢູ່ໃສ?, 2). ຕອນທ່ຽງ ສີລິຂອງຄົນຢູ່ໃສ? ແລະ 3). ຕອນກາງຄືນ ສີລິຂອງຄົນຢູ່ໃສ? ໂດຍວາງເງື່ອນໄຂ ໄວ້ວ່າ: ຖ້າຕອບບໍ່ໄດ້ ພະຍາພົມ ກະບິນລະພົມ ຈະຕັດຫົວ ທ້າວ ທຳມະປະລະກຸມມານ ແຕ່ຖ້າຕອບໄດ້ ພະຍາພົມ ກະບິນລະພົມ ຈະຕັດຫົວຂອງຕົນເອງ ແລະ ໃຫ້ເວລາແກ່ທ້າວ ທຳມະປະລະກຸມມານ ໄປຄົ້ນຄິດ 7 ວັນ.

ພໍເຖິງວັນຖ້ວນ 3 ທ້າວ ທຳມະປະລະກຸມມານ ກໍຍັງຄິດຫາຄຳຕອບບໍ່ໄດ້ ຈຶ່ງຄິດວ່າຕົນຈະຕ້ອງຕາຍຍ້ອນຄົມດາບຂອງພະຍາ ກະບິນລະພົມ ເພື່ອປະໂຫຍດອັນໃດ ຕົນຈະໜີໄປຕາຍເອົາດາບໜ້າຈະບໍ່ດີກວ່າບໍ?. ເວົ້າແລ້ວ ລາວກໍອອກເດີນທາງ, ພໍຮອດຍາມຄ່ຳ ລາວໄດ້ໄປນອນຢູ່ກ້ອງຕົ້ນຕານ, ບັງເອີນໄດ້ຍິນນົກອິນຊີ ຜົວ – ເມຍຄູ່ໜຶ່ງ ເຊິ່ງຈັບອາໄສຢູ່ເທິງຕົ້ນຕານລົມກັນ. ນົກຕົວເມຍຖາມຜົວວ່າ: ມື້ອື່ນນີ້ພວກເຮົາຈະເອົາອັນໃດມາເປັນອາຫານ, ນົກຕົວຜົວຈຶ່ງຕອບວ່າ: ຈະໄດ້ກິນຊາກສົບຂອງ ທຳມະປະລະກຸມມານ ທີ່ພະຍາພົມ ກະບິນລະພົມ ຈະຂ້າ ເພາະຕອບຄຳຖາມບໍ່ໄດ້, ນົກຕົວເມຍສົນໃຈຈຶ່ງຖາມຄືນວ່າ: ຄຳຖາມນັ້ນເປັນຄືແນວໃດ; ນົກຕົວຜູ້ກໍເລີຍເວົ້າສູ່ເມຍຟັງ ແລະ ບອກຄໍາຕອບພ້ອມ ຄື: ຕອນເຊົ້າ ສີລິຂອງຄົນຢູ່ທີ່ໜ້າ. ດັ່ງນັ້ນ, ຄົນທັງຫຼາຍຕື່ນເຊົ້າມາຈຶ່ງເອົານ້ຳສວ່າຍໜ້າ; ຍາມທ່ຽງ ສີລິຂອງຄົນຢູ່ເອິກ ຄົນທັງຫຼາຍຈຶ່ງເອົານ້ຳ ແລະ ຂອງຫອມລູບເອິກ, ຕອນຄ່ຳ ສີລິຂອງຄົນຢູ່ຕີນ ຄົນທັງຫຼາຍຈຶ່ງເອົານ້ຳລ້າງຕີນກ່ອນເຂົ້ານອນ.

ເມື່ອ ທຳມະປະລະກຸມມານ ໄດ້ຍິນດັ່ງນັ້ນ ກໍຈື່ຈຳເອົາແລ້ວຕ່າວກັບຄືນຜາສາດຂອງຕົນ ແລະ ຕອບຄຳຖາມໄດ້ໃນວັນຕໍ່ມາ. ດັ່ງນັ້ນ, ພະຍາພົມ ກະບິນລະພົມ ຈຶ່ງຕ້ອງໄດ້ຕັດຫົວຂອງຕົນເອງດັ່ງທີ່ໄດ້ວາງເງື່ອນໄຂໄວ້.

ກ່ອນຕັດຫົວຂອງຕົວເອງ ພະຍາພົມ ກະບິນລະພົມ ໄດ້ເອີ້ນລູກສາວທັງ 7 ມາສັ່ງເສຍ ວ່າ: ພໍ່ຈະຕັດຫົວບູຊາ ທຳມະປະລະກຸມມານ; ຖ້າຫົວຂອງພໍ່ ຫາກຕົກລົງໃສ່ແຜ່ນດິນ ໄຟກໍຈະໄໝ້ໂລກ; ຖ້າໂຍນຂຶ້ນໄປເທິງຟ້າ ກໍຈະເກີດໄພແຫ້ງແລ້ງ; ຖ້າຖິ້ມລົງໃນມະຫາສະໝຸດ ນ້ຳກໍຈະແຫ້ງ. ດັ່ງນັ້ນ, ໃຫ້ພວກລູກ ທັງ 7 ຄົນ ເອົາພາພານມາຮອງຮັບເອົາຫົວຂອງພໍ່ໄວ້ ແລ້ວເຊີນໄປຕັ້ງໄວ້ໃນຖ້ຳຄັນທະທຸລີ ທີ່ພູເຂົາໄກລາດ ແລະ ບູຊາດ້ວຍເຄື່ອງສັກກາລະທິບຕ່າງໆດ້ວຍເຖີ້ນ.

ເມື່ອຄົບຮອບເວລາໃນແຕ່ລະປີ ດັ່ງວັນປີໃໝ່ ຫຼື ວັນສົງການ ລູກສາວທັງ 7 ກໍປ່ຽນຜຽນກັນຕາມລຳດັບ ພາບໍລິວານ ແລະ ເທບພະຍະດາທັງຫຼາຍ ມາເຊີນເອົາຫົວຂອງ ພະຍາພົມ ກະບິນລະພົມ ອອກມາຫົດສົງ ແລະ ແຫ່ ວຽນອ້ອມເມືອງ. ຫຼັງຈາກນັ້ນ, ຂະບວນກໍນຳຫົວຂອງພະຍາພົມ ກະບິນລະພົມ ໄປໄວ້ທີ່ເດີມ. ສະນັ້ນ, ເພິ່ນຈຶ່ງເອີ້ນລູກສາວທັງ 7 ຂອງ ພະຍາພົມ ກະບິນລະພົມ ວ່າ: ນາງສັງຂານແຕ່ນັ້ນມາ.

ນາງສັງຂານທັງ 7 ນີ້ສະເດັດມາໃນທ່າຕ່າງກັນ ເຊິ່ງເພິ່ນຖືວ່າເປັນສັນຍະລັກໃຫ້ແກ່ແຕ່ລະວັນ ເຊັ່ນວ່າ: ນາງສັງຂານຜູ້ທີ່ເປັນສັນຍະລັກໃຫ້ແກ່ວັນເສົາ ແມ່ນ ນາງ ມະໂນທອນ ທັດດອກຜັກຕົບ, ລາວມັກຊີ້ນຊາຍ ( ສັດປະເພດຟານ ) ມີອາວຸດ ຄື: ມື ຂວາຖືກົງຈັກ ມືຊ້າຍຖືຕຣີສູນ ( ຫອກສາມງ່າມ ) ພາຫະນະແມ່ນນົກຍຸງ; ວັນອາທິດ ຊື່ວ່າ ນາງ ທຸງສະເທວີ ມັກກິນໝາກເດື່ອເປັນອາຫານ ຖືອາວຸດ ຄື: ມືຂວາຖືກົງຈັກ ມືຊ້າຍຖືສັງ ( ຫອຍສັງ ) ແລະ ພາຫະນະແມ່ນຄຸດ; ສັນຍະລັກຂອງວັນຈັນ ແມ່ນ ນາງ ໂຄຣາຄະ ທັດດອກກາງຂອບ ( ຊື່ຂອງດອກໄມ້ຊະນິດໜຶ່ງ ) ເຄື່ອງປະດັບເປັນແກ້ວ ແລະ ມຸກ, ອາຫານໄດ້ແກ່: ນ້ຳນົມ ໃນມືຖືພະຂັນ ( ດາບ ) ມືຊ້າຍຖືໄມ້ເທົ້າ, ພາຫະນະແມ່ນເສືອ; ວັນອັງຄານແມ່ນ ນາງ ຣາກສະ ທັດດອກບົວຫຼວງ ພ້ອມດ້ວຍເຄື່ອງປະດັບແກ້ວໂມຣາ, ອາຫານແມ່ນ: ໂລຫິດ ( ເລືອດ ) ມື ຂວາຖືຕຣີສູນ ມືຊ້າຍຖືທະນູ ພາຫະນະແມ່ນໝູ; ສັນຍະລັກຂອງວັນພຸດ ແມ່ນ ນາງ ມຸນທາ ທັດດອກຈຳປາ ພ້ອມດ້ວຍເຄື່ອງປະດັບແກ້ວພິທູນ, ອາຫານແມ່ນນົມເນີຍ ແລະ ມືຂວາຖືເຂັມ ມືຊ້າຍຖືໄມ້ເທົ້າ ພາຫະນະແມ່ນລໍ; ສັນຍະລັກຂອງວັນພະຫັດ ແມ່ນ ນາງ ກິຣິນີ ທັດດອກມົນທາ ( ແມ່ນຊື່ຂອງດອກໄມ້ຊະນິດໜຶ່ງ ) ພ້ອມດ້ວຍເຄື່ອງປະດັບແກ້ວມໍລະກົດ, ອາຫານແມ່ນຖົ່ວງາ, ມືຂວາຖືຂໍ ມືຊ້າຍຖືປືນ ພາຫະນະແມ່ນຊ້າງ; ສັນຍະລັກຂອງວັນສຸກ ແມ່ນ ນາງ ກິມິທາ ທັດດອກຈັງກອນ ພ້ອມດ້ວຍເຄື່ອງປະດັບແກ້ວບຸດສະຣາຄຳ, ອາຫານແມ່ນກ້ວຍນ້ຳ, ອາວຸດໃນມືຂວາແມ່ນພະຂັນ, ມືຊ້າຍຖືພິນ, ພາຫະນະແມ່ນຄວາຍ.

ອີງຕາມປະເພນີສືບຕໍ່ກັນມາ ເມື່ອເຖິງວັນສັງຂານແລ້ວ ຍາມເຊົ້າຄົນທັງປວງພາກັນອອກໄປເຮັດບຸນຕັກບາດຢູ່ວັດ, ໄຫວ້ພະພຸດທະຮູບ, ພະທາດເຈດີດ້ວຍດອກໄມ້ທູບທຽນ ແລະ ກໍນິມົນເອົາພະພຸດທະຮູບລົງມາຈາກຮ້ານພະ ເພື່ອມາປະດິດສະຖານໄວ້ທີ່ໂຮງ ເພື່ອຫົດສົງ ເອີ້ນວ່າ “ ເອົາພະລົງ ”.

ເມື່ອເຖິງເວລາຄ່ຳຄືນໃນລະຫວ່າງວັນສັງຂານນີ້ ກໍພາກັນກໍ່ພະທາດເຈດີດ້ວຍດິນຊາຍ ເອີ້ນວ່າ “ ຕົບພະທາຍ ”, ທຳບຸນໃຫ້ທານ, ຟັງທຳມະເທດສະໜາ, ເຮັດບັງສະກຸນເພື່ອເຮັດທານຫາຜູ້ທີ່ລ່ວງລັບໄປຕາມສັດທາຂອງໃຜລາວເປັນຕົ້ນ ເມື່ອເຖິງວັນທີ່ສາມ ຄືວັນສັງຂານຂຶ້ນ ພະພິກຂຸສົງ ກໍຈະນິມົນເອົາພະພຸດທະຮູບທຸກອົງຂຶ້ນຄືນໄວ້ແທ່ນເດີມ ເຊິ່ງເຮົາເອີ້ນວັນນີ້ວ່າ ວັນສັງຂານຂຶ້ນ ຫຼື ວັນຂຶ້ນປີໃໝ່ນັ້ນເອງ. ຫຼັງຈາກທີ່ນິມົນພະຂຶ້ນແທ່ນຄືນແລ້ວ ພິທີການສະເຫຼີມສະຫຼອງປີໃໝ່ລາວກໍສິ້ນສຸດລົງ. ໃນໄລຍະຕົ້ນຂອງປີໃໝ່ນີ້ແຕ່ລະຄອບຄົວກໍມັກຈັດບາສີສູ່ຂວັນກັນເພື່ອຮັບໂຊກໄຊປີໃໝ່.

ສະເພາະບຸນປີໃໝ່ລາວປີນີ້ ແມ່ນກົງກັບວັນອາທິດ. ດັ່ງນັ້ນ, ນາງສັງຂານທີ່ຈະເປັນຕົວແທນທີ່ໄປຫົດສົງຫົວພະຍາພົມ ກະບິນລະພົມ ຊື່ວ່ານາງ ທຸງສະເທວີ ມັກກິນໝາກເດື່ອເປັນອາຫານ ຖືອາວຸດ ຄື: ມືຂວາຖືກົງຈັກ ມືຊ້າຍຖືສັງ ( ຫອຍສັງ ) ແລະ ພາຫະນະແມ່ນຄຸດ.

ນສພ ເສດຖະກິດ-ການຄ້າ

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

This site uses Akismet to reduce spam. Learn how your comment data is processed.

Copy Protected by Chetan's WP-Copyprotect.