ລາວ-ໄທ ເຈລະຈາທຸລະກິດການຄ້າກຽມຈັດງານວາງສະແດງ
ແນໃສ່ນຳສະເໜີຄວາມຄິດສ້າງສັນໃນການຜະລິດ ແລະການອອກແບບຂອງສິນຄ້າກຸ່ມເຄື່ອງໃຊ້ໄຟຟ້າ, ອຸປະກອນອີເລັກໂທຣນິກທັງອຸປະກອນເຄື່ອງໃຊ້ໄຟຟ້າພາຍໃນເຮືອນສິນຄ້າກຸ່ມໄອທີອຸປະກອນ ແລະຊິ້ນສ່ວນທີ່ໃຊ້ໃນໂຮງງານອຸດສາຫະກຳລວມເຖິງເຕັກໂນໂລຊີ ແລະຄວາມຄິດສ້າງສັນດ້ານໂທລະຄົມໃນວັນທີ 13 ມີນາ 2017 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ກົມສົ່ງເສີມການຄ້າລະຫວ່າງປະເທດ ຮ່ວມກັບສະພາການຄ້າອຸດສາຫະກຳແຫ່ງປະເທດໄທໄດ້ຈັດກອງປະຊຸມເຈລະຈາທຸລະກິດການຄ້າລະຫວ່າງລາວ-ໄທ ໂດຍມີບໍລິສັດ ຈາກ ສປປ ລາວ ເຂົ້າຮ່ວມປະມານ 30 ກວ່າບໍລິສັດ, ທັງນີ້ ກໍເພື່ອກຽມຈັດງານວາງສະແດງສິນຄ້າປັບອາກາດເຄື່ອງທຳຄວາມເຢັນ ແລະງານສະແດງສິນຄ້າເຄື່ອງໃຊ້ໄຟຟ້າອີເລັກໂທຣນິກ ຊຶ່ງຈະຈັດ ຂຶ້ນໃນທ້າຍປີນີ້.
ທ່ານ ສັນທະພັດ ປັນຈະມານົນ ຜູ້ອຳນວຍການກຸ່ມສິນຄ້າອຸດສາຫະກຳ ກົມສົ່ງເສີມການຄ້າລະຫວ່າງປະເທດ ກ່າວວ່າ: ງານສະແດງສິນຄ້າປັບອາກາດ 2017 (Bangkok RHVAC 2017) ແລະງານສະແດງສິນຄ້າເຄື່ອງໃຊ້ໄຟຟ້າ ອີເລັກໂທຣນິກ 2017 (Bangkok E&E 2017) ມີການເຕີບໂຕຢ່າງຕໍ່ເນື່ອງ ໂດຍພື້ນຖານການຈັດສະແດງໃນປີນີ້ໄດ້ ຂະຫຍາຍເປັນ 23 ພັນຕາລາງແມັດ ທັງໄດ້ຮັບການຍອມຮັບໃນຖະນະງານສະແດງສິນຄ້າຍິ່ງໃຫຍ່ຕິດອັນດັບ 1 ໃນ 5 ຂອງໂລກໃນອຸດສາຫະກຳນີ້ ໂດຍງານຈະຈັດຂຶ້ນພາຍໃຕ້ແນວຄິດນະວະຕະກຳ ເພື່ອຄວາມຍືນຍົງສູ່ອະນາຄົດ Eco Innovation for a Sustainable Future) ເປັນງານສະແດງສິນຄ້າຄົບວົງ ຈອນເຊັ່ນ: ຊິ້ນສ່ວນທີ່ເຮັດຈາກພລາສ ສະຕິກ, ເຫຼັກ, ຢາງມໍເຕີ ຄອມເພດສເຊີ ຄອຍ ມີທັງຮຸ່ນນ້ອຍຮຸ່ນໃຫຍ່ ແລະແບບຕັ້ງຫຼື ແຂວນລວມໄປເຖິງສິນຄ້າຄວາມ ຄິດສ້າງສັນ.
ສິນຄ້າປັບອາກາດ ແລະເຄື່ອງໃຊ້ໄຟຟ້າອີເລັກໂທຣນິກເປັນຜະລິດຕະພັນອຸດ ສາຫະກຳ ໂດຍປະເທດໄທເປັນຖານການ ຜະລິດສິນຄ້າທີ່ສຳຄັນແຫ່ງໜຶ່ງຂອງ ໂລກປະຈຸບັນໄທເປັນຜູ້ຜະລິດ Hard Disk Drive ອັນດັບໜຶ່ງຂອງໂລກເປັນຜູ້ຜະລິດເຄື່ອງປັບອາກາດອັນດັບ 2 ແລະ ຕູ້ເຢັນອັນດັບ 4 ຂອງໂລກ ນອກນີ້ຍັງມີ ສິນຄ້າຫຼາຍປະເພດລວມເຖິງແບນດັງໆ ມາລົງທຶນເປີດໂຮງງານຜະລິດສິນຄ້າ ໃນປະເທດມາເປັນເວລາດົນນານຈຸດ ແຂງຂອງອຸດສາຫະກຳຄື ປະເທດໄທມີ ສິນຄ້າຕ່ອງໂສ້ທີ່ຄົບວົງຈອນ ໂດຍຄາດ ວ່າການຮ່ວມມືກັບເອີຣົບຈະຊ່ວຍນຳ ສິນຄ້າ ເຕັກໂນໂລຊີລະດັບສູງມາຈັດສະແດງໃນງານ, ດັ່ງນັ້ນ ງານສະແດງ ສິນຄ້າ 2 ງານນີ້ຈະເປັນສູນລວມຂອງ ສິນຄ້າໄຟຟ້າອີເລັກໂທຣນິກ One stop ຢ່າງສົມບູນແບບທີ່ເປີດໂອກາດໃຫ້ກັບ ຜູ້ຊື້ໄດ້ພົບຜູ້ປະກອບການທີ່ຜະລິດສິນຄ້າຄົບທຸກປະເພດຕະຫຼອດທັງພໍ່ຄ້າຄົນ ກາງອື່ນໆ.
ໂອກາດດັ່ງກ່າວ ທ່ານ ສາໂລດ ນິ່ມແກ້ວ ຜູ້ແທນກຸ່ມອຸດສາຫະກຳເຄື່ອງປັບ ອາກາດ ແລະເຄື່ອງເຢັນໄດ້ກ່າວວ່າ: ອຸດສາຫະກຳເຄື່ອງປັບອາກາດຂອງໄທມີ ການເຕີບໂຕຕໍ່ເນື່ອງເພາະຫົວໃຈຫຼັກມາຈາກຊິ້ນສ່ວນສຳຄັນທີ່ໃຊ້ປະກອບໃນ ເຄື່ອງປັບອາກາດສາມາດຜະລິດໃນປະ ເທດໄທໄດ້ເກືອບ 100% ໂດຍບໍ່ຕ້ອງເພີ່ງພາການນຳເຂົ້າ ໂດຍສະເພາະການຜະລິດຄອມເພຣສເຊີ້ ມໍເຕີ້ ແລະຊິ້ນສ່ວນອື່ນໆອີກທັງທຶນຕ່າງຊາດທີ່ເຂົ້າມາລົງທຶນເລັ່ງເຫັນໂອກາດໃນການໃຊ້ໄທເປັນ ຖານໃນການສົ່ງອອກໄປຍັງຕະຫຼາດ ໂລກຈຶ່ງພັດທະນາ ແລະຖ່າຍທອດເຕັກໂນໂລຊີການຜະລິດຢ່າງຕໍ່ເນື່ອງເຮັດໃຫ້ໄປກາຍເປັນແຫຼ່ງຜະລິດສຳຄັນທັງພາຍໃຕ້ສິນຄ້າໄທສິນຄ້າຕ່າງຊາດ ແລະການຜະລິດໃນລັກສະນະຮັບຈ້າງຜະລິດ ຫຼື ໂອອີເອັມ.
ສຳລັບງານສະແດງສິນຄ້າປັບອາ ກາດ ແລະງານສະແດງສິນຄ້າເຄື່ອງໃຊ້ ໄຟຟ້າອີເລັກໂທຣນິກແມ່ນຈະໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 7-10 ກັນຍາ 2017 ທີ່ສູນການສະແດງໄບເທັກບາງນາປະເທດໄທ, ໂດຍມີຈຸດປະສົງເພື່ອຈັບຄູ່ທາງທຸລະກິດຜູ້ຜະລິດມີໂອກາດໄດ້ຂະຫຍາຍ ຕະຫຼາດສົ່ງອອກຫຼາຍຂຶ້ນໄດ້ຮັບຮູ້ເຕັກໂນໂລຊີໃໝ່ໆໃນງານ ເພື່ອມາພັດທະນາສິນຄ້າຂອງຕົນເອງ ໂດຍຄາດວ່າຈະມີນັກທຸລະກິດ ແລະຜູ້ຊື້ເຂົ້າຮ່ວມພັນກວ່າຄົນ.
ຂ່າວ: ກິ່ງລັດຕະນະ