“ສຸພາພອນ” ນັກທຸລະກິດໜ້າໃໝ່ ເຈົ້າຂອງຮ້ານອາຫານພະຂາວ
ນາງ ສຸພາພອນ ວໍລະສານ ນັກທຸລະກິດໜ້າໃໝ່ ທີ່ຍັງບໍ່ເຄີຍມີປະສົບການໃນການດຳເນີນທຸລະກິດພຽງແຕ່ອາໄສເງື່ອນໄຂສະດວກບວກທັງຄວາມມັກຮັກໃນການປຸງແຕ່ງອາຫານຈິ່ງຕັດສິນໃຈລົງທຶນສ້າງຕັ້ງຮ້ານອາຫານຂຶ້ນ ເພື່ອບໍລິການສັງຄົມ ແລະຄວນຕິດຕາມເບິ່ງວ່າເຂົາຈະມີກົນລະຍຸແນວໃດ ເພື່ອເຮັດໃຫ້ທຸລະກິດມີຄວາມຍືນຍົງ.
ທ່ານ ນາງ ສຸພາພອນ ວໍລະສານ ໃຫ້ໂອກາດນັກຂ່າວຄໍລຳເສັ້ນທາງທຸລະກິດເຂົ້າໄປສຳພາດເມື່ອບໍ່ດົນນີ້ເລົ່າສູ່ຟັງວ່າ: ກ່ອນໜ້ານີ້ຕົນເອງເປັນອາຈານສອນຢູ່ມະຫາວິທະຍາໄລວິທະຍາໄລສຸຂະພາບກະຊວງສາທາລະນະສຸກເປັນເວລາຫຼາຍປີໄປພ້ອມກັບການຕັ້ງຮ້ານຂາຍຢານາງສຸພາພອນ ທີ່ທົ່ງຂັນຄຳມາເຖິງປະຈຸບັນ, ແຕ່ໃນເງື່ອນໄຂໃໝ່ລັດເປີດກວ້າງການລົງທຶນຕົນເອງຈິ່ງພະຍາຍາມສຶກສາຫາທຸລະກິດ ແລະເບິ່ງຄວາມເປັນໄປໄດ້ ຂອງຕົນເອງ ພໍດີມີດິນຕອນໜຶ່ງ ເນື້ອທີ່ 3 ເຮັກຕາຢູ່ບ້ານພະຂາວ ຈິ່ງຄິດພັດທະນາດິນຕອນນັ້ນໃຫ້ການເປັນເສດຖະກິດຄືເຮັດເປັນສວນອາຫານ ແລະຈະພັດທະນາໃຫ້ຄົບວົງຈອນຄືມີຮ້ານອາຫານ, ຕູບພັກຜ່ອນ, ບ່ອນນັ່ງຫຼິ້ນຊົມວິວ, ບ່ອນເດັກນ້ອຍຫຼິ້ນ, ເດີ່ນບານເຕະ, ແລະກຳລັງຈະພັດທະນາຄືຫ້ອງຄາລາໂອເກະ ແລະອື່ນໆເພື່ອຕອບສະໜອງໄດ້ຄວາມຕ້ອງການຂອງລູກຄ້າ.
ທ່ານກ່າວຕື່ມອີກວ່າ: ການດຳເນີນທຸລະກິດນີ້ ແມ່ນບໍ່ມີບົດຮຽນບໍ່ມີປະສົບການມາກ່ອນເຮັດຂຶ້ນມາກໍພຽງຕົນເອງເປັນຄົນມັກປຸງແຕ່ງອາຫານ ຊຶ່ງມີຄວາມທ້າທາຍຫຼາຍສິ່ງທີ່ກັງວົນທີ່ສຸດກໍຄືຢ້ານບໍ່ມີລູກຄ້າ, ພາຍຫຼັງທີ່ເປີດມາໄດ້ໜຶ່ງເດືອນກໍປະກົດວ່າຜົນຕອບຮັບດີຫຼາຍລູກຄ້າເຂົ້າມາເພີ່ມຂຶ້ນ ແລະກໍໄດ້ຮັບຄຳຊົມເຊີຍຈາກລູກຄ້າວ່າ ອາຫານແຊບຫຼາຍສະຖານທີ່ກໍໂອເຄນັ້ນຄືກຳລັງໃຈເຮັດໃຫ້ເຮົາຈະພັດທະນາຕໍ່ໄປ, ຜ່ານມາການ ປຸງແຕ່ງອາຫານແມ່ນໄດ້ຈ້າງພໍ່ຄົວ, ແມ່ຄົວຊັ້ນດີມາປະຈຳຈິ່ງເຮັດໃຫ້ອາຫານປຸງແຕ່ງອອກມາລົດຊາດແຊບຖືກໃຈລູກຄ້າ, ໃນຂະນະດຽວກັນການບໍລິການກໍຕ້ອງໄວທັນໃຈລູກຄ້າ.
ແນວໃດກໍຕາມ ຮ້ານອາຫານ ພະຂາວ ຕັ້ງຢູ່ບ້ານພະຂາວເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ມີຄວາມໄດ້ປຽບ ແລະເປັນທ່າແຮງດຶງດູດຄົນເຂົ້າໄປໃຊ້ບໍລິການ, ເສັ້ນທາງກໍປູ້ຢາງຮອດສະຖານທີ່ພິເສດຄວາມໂດດເດັ່ນຄືມີສະຖານທີ່ຈອດລົດກວ້າງຂວາງ, ໃນຂອບເຂດຮ້ານອາຫານຍັງຕົກແຕ່ງຢ່າງຈົບງາມມີຕົ້ນໄມ້, ໜອງນ້ຳ, ດອກ ໄມ້, ຕູບນັ່ງທີ່ໄດ້ມາດຕະຖານແຄມໜອງເຮັດໃຫ້ມີຄວາມເຢັນເປັນ ທຳມະຊາດມີບໍລິການຮັບຈັດງານລ້ຽງ, ງານດອງ ແລະບໍລິການອາ ຫານທັງໃນ ແລະນອກສະຖານທີ່.
ນີ້ເປັນນັກທຸລະກິດທີ່ສູ່ຊົນທີ່ກຳລັງຮຽນຮູ້ການເປັນນັກທຸລະກິດອາຍຸ 37 ປີແຕ່ກໍແຝງດ້ວຍແວວຄວາມກະຕືລືລົ້ນຂອງການເປັນນັກທຸລະກິດ ພ້ອມຈະພັດທະ ນາທຸລະກິດຮ້ານອາຫານພະຂາວກາຍເປັນຈຸດສົນໃຈຂອງຜູ້ຄົນເຂົ້າ ໄປໃຊ້ບໍລິການກໍຄືການຕໍ່ຍອດທຸລະກິດໃຫ້ເຕີບໃຫຍ່ເຂັ້ມແຂງ.