ອົງປະກອບຂອງການກະທໍາຜິດທາງ “ອາຍາ”

     ອົງ​ປະ­ກອບ​ການ​ກະ­ທຳຜິດ​ທາງ​ອາ­ຍາ​ແມ່ນ​ຫຍັງ? ແລະສຳ­ຄັນ​ແນວ­ໃດ​ຕໍ່​ການ​ພິ­ຈາ­ລະ­ນາຄະ­ດີ? ຄຳ​ຕອບ​ຄືອົງ​ປະ­ກອບຂອງ​ການ​ກະ­ທຳ​ຜິດ​ທາງ​ອາ­ຍາ ແມ່ນ​ປັດ​ໄຈ​ສຳ­ຄັນ​ທີ່​ສຸດ​ທີ່​ຈະ​ພິ​ຈາລະ​ນາ​ວ່າ​ບຸກ­ຄົນ​ຜູ້​ໃດ​ໄດ້​ກະ­ທຳຜິດ ແລະ​ຈະ​ໄດ້​ຮັບ​ໂທດ​ທາງ​ອາຍາ ຫຼື ບໍ່? ຫຼັກ​ຂອງ​ອົງ​ປະ­ກອບ ຂອງ​ການ​ກະ­ທຳ​ຜິດ​ນີ້ ຍັງ​ເປັນ​ບັນທັດ​ຖານ​ທີ່​ບັນ­ດາ​ຜູ້​ພິ­ພາກ­ສາ​ຈະຕ້ອງ​ພິ­ຈາ­ລະ­ນາ​ໃນ​ຄະ­ດີ​ອາ­ຍາທຸກໆ​ຄະ­ດີ ເປັນ​ຫຍັງ​ຫຼັກ​ດັ່ງ­ກ່າວ​ນີ້ ຈິ່ງ​ເປັນ​ຫຼັກ​ທີ່​ສຳ­ຄັນ ແລະ​ຈຳ­ເປັນໃນ​ການ​ພິ­ຈາ­ລະ­ນາ​ຕໍ່​ການ​ວາງໂທດ​ໃນ​ຄະ­ດີ​ອາ­ຍາ? ຄຳ​ຕອບ​ກໍ​ຄືການ​ລົງ­ໂທດ​ໃນ​ຄະ­ດີ​ອາ­ຍາ​ແມ່ນ ການ​ລົງ­ໂທດ​ທີ່​ແຕະ­ຕ້ອງ​ເຖິງ​ຊີ­ວິດສິດ, ເສລີ­ພາບ​ຂອງ​ຜູ້​ຖືກ​ຫາ, ຈຳເລີຍ ຫຼື ບຸກ­ຄົນ​ຜູ້​ທີ່​ກະ­ທຳ​ຜິດ, ສະນັ້ນ​ການ​ທີ່​ຈະ​ພິ­ຈາ­ລະ­ນາ​ວ່າ​ບຸກຄົນ​ໃດ​ບຸກ­ຄົນ​ໜຶ່ງ​ໄດ້​ກະ­ທຳ​ຜິດທາງ​ອາ­ຍາ​ແທ້ ຫຼື ບໍ່​ນັ້ນ ຫຼື ການ​ພິຈາ­ລະ​ນາ​ລົງ­ໂທດ​ບຸກ­ຄົນ​ຜູ້​ໃດ​ຜູ້ໜຶ່ງ​ນັ້ນ ແມ່ນ​ມີ​ຄວາມ​ສຳ­ຄັນ ແລະຈຳ­ເປັນ​ທີ່​ສຸດ​ທີ່​ຈະ​ຕ້ອງ​ເບິ່ງ ຫຼື ພິ ຈາ­ລະ​ນາ​ຢ່າງ​ລະ­ອຽດ​ຖີ່​ຖ້ວນ​ເຖິງ ລັກ­ສະ­ນະ, ເງື່ອນ­ໄຂ ຫຼື ປັດ​ໄຈຕ່າງໆ​ຂອງ​ຄະ­ດີ.

     ຕາມ​ຫຼັກ​ກົດ­ໝາຍ​ລາວ​ແລ້ວ ອົງ​ປະ­ກອບ​ຂອງ​ການ​ກະ­ທຳ​ຜິດ ແມ່ນ​ປະ­ກອບ​ດ້ວຍ 4 ອົງ​ປະ­ກອບ ຄືອົງ​ປະ­ກອບ​ທາງ​ດ້ານ​ວັດ­ຖຸ, ອົງປະ­ກອບ​ທາງ​ດ້ານ​ພາ­ວະ​ວິ­ໄສ, ອົງ​ປະ­ກອບ​ທາງ​ດ້ານ​ອັດ​ຕະ​ວິ­ໄສ ແລະອົງ​ປະ­ກອບ​ທາງ​ດ້ານ​ເຈົ້າ​ກຳບັນ­ດາ​ທັງ 4 ອົງ​ປະ­ກອບ​ນີ້​ແມ່ນ ເຄື່ອງ​ວັດ­ແທກ​ການ​ກະ­ທຳ​ຜິດ ທາງ​ອາ­ຍາ​ຂອງ​ຜູ້​ທີ່​ກະ­ທຳ​ຜິດ​ວ່າເຂົ້າ​ອົງ​ປະ­ກອບ ຫຼື ມີ​ໂທດ​ທາງ​ອາຍາ ຫຼື ບໍ່? ຖ້າ​ຂາດ​ອົງ​ປະ­ກອບ​ໃດອົງ​ປະ­ກອບ​ໜຶ່ງ​ໄປ​ແລ້ວ ຫຼື ບໍ່​ເຂົ້າ ອົງ​ປະ­ກອບ​ໃດ​ອົງ​ປະ­ກອບ​ໜຶ່ງ ແລ້ວແມ່ນ​ຖື​ວ່າ​ຈະ​ບໍ່​ມີ​ຄວາມ​ຜິດທາງ​ອາ­ຍາ ແລະຈະ​ບໍ່​ໄດ້​ຮັບ​ໂທດທາງ​ອາ­ຍາ​ເຊັ່ນ:

  1. ອົງ​ປະ­ກອບ​ທາງ​ດ້ານ​ວັດ­ຖຸ ກຳ​ຂອງ​ການ​ກະ­ທຳ​ຜິດ ແມ່ນ​ສາຍພົວ­ພັນ​ສັງ­ຄົມ​ທີ່​ຖືກ​ຄຸ້ມ​ຄອງ ໂດຍ ກົດ­ໝາຍ​ອາ­ຍາ ແລະ​ທີ່​ໄດ້​ຮັບ​ການແຕະ­ຕ້ອງ​ຈາກ​ການ​ກະ­ທຳ​ຜິດ ໝາຍ​ຄວາມ​ວ່າ ໃນ​ຄະ­ດີ​ອາ­ຍາ​ຈະ ຕ້ອງ​ມີ​ຜູ້​ເສຍ​ຫາຍ​ຖ້າ​ບໍ່​ມີ​ຜູ້​ເສຍຫາຍ​ກໍ​ຈະ​ບໍ່​ເຂົ້າ​ອົງ​ປະ­ກອບ​ຂອງການ​ກະ­ທຳ​ຜິດ​ເຊັ່ນຖ້າ​ເປັນ​ຄະ­ດີ ການ​ຄາດ​ຕະ​ກຳກໍ​ຕ້ອງ​ມີ​ຜູ້​ທີ່​ເສຍ ຊີ­ວິດ​ຈາກ​ການ​ກະ­ທຳ​ຜິດ, ແຕ່​ຖ້າບໍ່​ມີ​ຜູ້​ທີ່​ເສຍ​ຊີ­ວິດ​ກໍ​ບໍ່​ຖື​ວ່າ​ເປັນ​ການຄາດ​ຕະ​ກຳ ຫຼື ການ​ຄາດ​ຕະ​ກຳ​ບໍ່ ໄດ້​ເກີດ​ຂຶ້ນ ຫຼື ການ​ຂົ່ມ­ຂືນ​ກໍ​ຕ້ອງ ມີ​ຜູ້​ທີ່​ຖືກ​ຂົ່ມ­ຂືນ​ທີ່​ເປັນ​ຜູ້​ເສຍ​ຫາຍ ໃນ​ຄະ­ດີ ຈິ່ງ​ຖື​ວ່າ​ເປັນ​ການ​ຂົ່ມ­ຂືນຖ້າ​ເປັນ​ຄະ­ດີ​ຂົ່ມ­ຂືນ​ແລ້ວແຕ່​ຊ້ຳ ພັດ​ບໍ່​ມີ​ຜູ້​ເສຍ​ຫາຍ ຫຼື ບໍ່​ມີ​ຜູ້​ຖືກ​ຂົ່ມ ຂືນ​ແລ້ວ ກໍ​ບໍ່​ເຂົ້າ​ອົງ​ປະ­ກອບ​ຂອງ ການ​ກະ­ທຳ​ຜິດ​ທາງ​ດ້ານ​ວັດ­ຖຸ​ກຳ ຫຼື ຖື​ວ່າ​ບໍ່​ເປັນ​ຄະດີ​ຂົ່ມ­ຂືນຍົກ​ຕົວຢ່າງ ທ້າວ ກ ຖືກ​ກ່າວ​ຫາ​ວ່າ​ຂົ່ມ­ຂືນ ນາງ ຂ ແຕ່​ເມື່ອ​ເຈົ້າ​ໜ້າ­ທີ່​ສືບ­ສວນສອບ​ສວນ​ແລ້ວ​ເຫັນ​ວ່າ​ນາງ ຂ ບໍ່ ໄດ້​ຖືກ​ຂົ່ມ­ຂືນ ຫຼື ໃນ​ກໍ­ລະ­ນີ​ທີ່ ນາງ ຂ ບໍ່​ມີ​ຕົວ​ຕົນ​ໃນ​ໂລກ​ນີ້​ກໍ​ຈະ​ຖື​ວ່າ ທ້າວ ກ ເປັນ​ຜູ້​ກະ­ທຳ​ຜິດ​ຖານ​ຂົ່ມ ຂືນ​ນາງ ຂ ຕາມ​ກົດ­ໝາຍ​ບໍ່​ໄດ້ເພາະ​ຖື​ວ່າ​ບໍ່​ຄົບ​ອົງ​ປະ­ກອບ​ຂອງ ການ​ກະ­ທຳ​ຜິດ​ທາງ​ດ້ານ​ວັດ­ຖຸ​ກຳ ຫຼື ບໍ່​ມີ​ຜູ້​ເສຍ​ຫາຍ​ຕາມ​ຂໍ້​ກ່າວ​ຫາ ນັ້ນ​ເອງ​ແຕ່​ເວົ້າ​ແນວ​ນີ້​ກໍ​ບໍ່​ໄດ້​ໝາຍຄວາມ​ວ່າ​ທຸກໆ​ຄະ­ດີ​ຈະ​ຕ້ອງ​ມີ​ຜູ້ ເສຍ​ຫາຍ​ຈິ່ງ​ຈະ​ຖື​ວ່າ​ເຂົ້າ​ອົງ​ປະກອບ​ການ​ກະ­ທຳ​ຜິດ​ທາງ​ດ້ານ​ວັດ ຖຸ​ກຳ​ເພາະ­ວ່າ​ບາງ​ຄະ­ດີ​ອາດ​ຈະ​ບໍ່ ມີ​ຜູ້​ທີ່​ເສຍ​ຫາຍ​ແຕ່​ກໍ​ໃຫ້​ຖື​ວ່າ​ມີ​ອົງປະ­ກອບ​ທາງ​ດ້ານ​ວັດ­ຖຸ​ກຳ​ເວົ້າ ແນວ​ນີ້​ຜູ້​ອ່ານ​ຫຼາຍໆ​ທ່ານ​ຄົງ​ຈະ​ມີ ຄຳ​ຖາມ​ວ່າ​ເປັນ​ຫຍັງ​ຈິ່ງ​ເປັນ​ແນວນັ້ນ ໃນ​ກໍ­ລະ­ນີ​ດັ່ງກ່າວ ໃນ​ກົດ­ໝາຍ ອາດ​ຈະ​ບໍ່​ໄດ້​ລະ­ບຸ​ໄວ້​ຢ່າງ​ຈະ­ແຈ້ງກ່ຽວ​ກັບ​ປະ­ເດັນ​ນີ້ ແຕ່​ໃນ​ທາງ​ຫຼັກກົດ­ໝາຍ​ແລ້ວ ຍັງ​ມີ​ຂໍ້​ຍົກ­ເວັ້ນ​ຢູ່ ກ່ຽວ​ກັບ​ການ​ທີ່​ຕ້ອງ​ມີ​ຜູ້​ເສຍ​ຫາຍເນື່ອງ​ຈາ​ກວ່າ​ບາງ​ຄະ­ດີ ຫຼື ບາງການ​ກະ­ທຳ​ຜິດ​ເຖິງ​ແມ່ນ​ວ່າ​ຈະ​ບໍ່ມີ​ຜູ້​ເສຍ​ຫາຍ ຫຼື ບໍ່​ມີ​ວັດ­ຖຸ​ກຳ​ກໍ​ມີຄວາມ​ຜິດ ຫຼື ເຂົ້າ​ອົງ​ປະ­ກອບ​ຂອງການ​ກະ­ທຳ​ຜິດ​ທາງ​ດ້ານ​ວັດ­ຖຸ​ກຳໄດ້​ເຊັ່ນ​ດຽວ​ກັນ​ຍົກ​ຕົວ­ຢ່າງ​ເຊັ່ນການ​ເສບ​ຢາ​ເສບ​ຕິດ, ການ​ຫຼິ້ນການ​ພະ­ນັນ, ການ​ເປັນ​ໂສເພ­ນີ, ການ​ລຸ​ລູກ​ໂດຍ​ບໍ່​ຖືກ­ຕ້ອງ​ຕາມ​ກົດໝາຍ​ເປັນ­ຕົ້ນ ຊຶ່ງ​ໃນ​ກໍ­ລະ­ນີ​ດັ່ງກ່າວ​ເຫຼົ່າ​ນີ້​ຖື​ວ່າ​ເປັນ​ກໍ­ລະ­ນີ​ທີ່​ບໍ່​ມີຜູ້​ເສຍ​ຫາຍ​ເນື່ອງ​ຈາ​ກວ່າ​ຜູ້​ກະ­ທຳຜິດ, ຜູ້​ຖືກ​ຫາ ຫຼື ຈຳ­ເລີຍ​ໄດ້​ຮັບຜົນ​ກະ­ທົບ ຫຼື ຜົນ​ຮ້າຍ​ຈາກ​ການກະ­ທຳ​ຜິດ​ຂອງ​ຕົນ​ເອງ ຊຶ່ງ​ຖື​ວ່າ​ຜູ້ ກະ­ທຳ​ຜິດ​ດັ່ງ­ກ່າວ​ໄດ້​ຕົກ​ເປັນ ເຫຍື່ອ ຫຼື ຕົກ​ເປັນ​ຜູ້​ເສຍ​ຫາຍ​ຈາກ ການ​ກະ­ທຳ​ຂອງ​ຕົນ​ເອງ​ດ້ວຍ​ເຫດນີ້ ໃນ 4 ກໍ­ລະ­ນີ​ຫຼັກ​ດັ່ງ­ກ່າວ​ເຖິງ ແມ່ນ​ວ່າ­ການ​ກະ­ທຳ​ນັ້ນ​ຈະ​ບໍ່​ມີ​ຜູ້ ເສຍ​ຫາຍ​ກໍ​ຕາມ ແຕ່​ກໍ​ຖື​ໄດ້​ວ່າ​ເປັນການ​ກະ­ທຳ​ຜິດ​ທີ່​ເຂົ້າ​ອົງ​ປະ­ກອບທາງ​ດ້ານ​ວັດ­ຖຸ​ກຳ​ທາງ​ອາຍາ ແລະຈະ​ມີ​ຄວາມ​ຜິດ​ທາງ​ອາ­ຍາ​ຕາມທີ່​ໄດ້​ລະ­ບຸ​ໄວ້​ໃນ​ກົດ­ໝາຍ​ເຊັ່ນ​ດຽວກັນ.
  2. ອົງ​ປະ­ກອບ​ທາງ​ດ້ານ ພາ­ວະ​ວິ­ໄສ​ຂອງ​ການ​ກະ­ທຳ​ຜິດ ແມ່ນ​ບັນ­ດາ​ເຄື່ອງ­ໝາຍ​ພາຍ​ນອກ ຂອງ​ພຶດ­ຕິ​ກຳ​ທີ່​ໄດ້​ສ້າງ ຫຼື ແນ­ໃສ່ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສາຍພົວ­ພັນ​ສັງ­ຄົມ​ທີ່​ຖືກ​ຄຸ້ມ​ຄອງ​ໂດຍກົດ­ໝາຍ​ອາ­ຍາ​ລວມ​ທັງ​ວັນ, ເວລາ, ສະ­ຖານ­ທີ່, ພາຫະ­ນະ, ອຸ­ປະກອນ, ສະ­ພາບ ແລະ​ວິ­ທີ​ປະ­ກອບການ​ກະ­ທຳ​ຜິດ​ດັ່ງ­ກ່າວຍົກ​ຕົວ ຢ່າງ​ເຊັ່ນ ໄດ້​ມີ​ເຫດ­ການ​ເກີດ​ຂຶ້ນ ແທ້ ຫຼື ມີ​ການ​ກະ­ທຳ​ຜິດ​ເກີດ​ຂຶ້ນແທ້​ເຊັ່ນ: ການ​ລັກ​ຊັບ, ຊີງ​ຊັບ, ປຸ້ນ ຫຼື ທຳ­ຮ້າຍ​ຮ່າງ­ກາຍ​ເປັນ­ຕົ້ນ ຍົກ​ຕົວ­ຢ່າງ​ເຊັ່ນ ທ້າວ ຄ ຖືກ​ກ່າວຫາ​ທຳຮ້າຍ​ຮ່າງ­ກາຍ​ທ້າວ ງ ຢູ່ ຮ້ານ​ອາ­ຫານ​ແຫ່ງ​ໜຶ່ງ​ແຕ່​ຜ່ານ​ການສືບ­ສວນ​ສອບ​ສວນ​ຂອງ​ເຈົ້າ​ໜ້າ ທີ່​ຕຳ­ຫຼວດ​ແລ້ວ​ຊ້ຳ­ພັດ​ບໍ່​ພົບ​ຮ່ອງຮອຍ​ຂອງ​ການ​ກະ­ທຳ​ຜິດ ຫຼື ການທຳ­ຮ້າຍ​ກັນ​ແຕ່​ຢ່າງ­ໃດ​ເຊັ່ນ ທ້າວ ງ ຍັງ​ມີ​ສະ­ພາບ​ຮ່າງ­ກາຍ​ທີ່​ເປັນ​ປົກ ກະ­ຕິ ໂດຍ​ບໍ່​ຖືກ​ທຳ­ຮ້າຍ​ຈາກ​ບຸກຄົນ​ໃດ ແລະ​ພົບ​ເຫັນ​ພາ­ຫະ­ນະ ຫຼື ອຸ­ປະ­ກອນ​ໃນ​ການ​ກໍ່​ການ​ກະ­ທຳຜິດ​ແຕ່​ຢ່າງ­ໃດ​ໃນ​ກໍ­ລະ­ນີ​ນີ້​ຖື​ໄດ້​ວ່າ ບໍ່​ມີ​ເຫດການ ຫຼື ການ​ກະ­ທຳ​ຜິດ ເກີດ​ຂຶ້ນ ຈິ່ງ​ຖື​ວ່າ​ບໍ່​ມີ​ອົງ​ປະ­ກອບ ທາງ​ດ້ານ​ພາ­ວະ​ວິ­ໄສ ແລະ​ຈະ​ບໍ່​ຖື ວ່າ​ເປັນ​ການ​ກະ­ທຳ​ຜິດ​ໃນ​ທາງ​ອາ ຍາ.
  1. ອົງ​ປະ­ກອບ​ທາງ​ດ້ານ​ອັດຕະ​ວິ­ໄສ​ຂອງ​ການ​ກະ­ທຳ​ຜິດ​ແມ່ນ ບັນ­ດາ​ເຄື່ອງ­ໝາຍ​ຕ່າງໆ​ທາງ​ດ້ານທັດ­ສະ­ນະ, ແນວ​ຄິດ​ຂອງ​ບຸກ­ຄົນ​ຜູ້ ກະ­ທຳ​ຜິດ​ຕໍ່​ການ​ກະ­ທຳ​ຜິດ​ຂອງ ຕົນ​ທີ່​ສະ­ແດງ​ອອກ​ພາຍ​ນອກ​ຕໍ່ ການ​ກະ­ທຳ​ຜິດ​ໂດຍ​ຜ່ານ​ພຶດ­ຕິ​ກຳອົງ​ປະ­ກອບ​ທາງ​ດ້ານ​ອັດ​ຕະ​ວິ­ໄສ ນີ້ຫຼາຍໆ​ທ່ານ​ຜູ້​ອ່ານ​ອາດ​ຈະ​ອ່ານແລ້ວ ແລະ​ສັບ­ສົນ​ພໍ​ສົມ­ຄວນ​ວ່າ ແມ່ນ​ອົງ​ປະ­ກອບ​ທີ່​ຕ້ອງ​ມີ​ເງື່ອນ ໄຂ​ແນວ­ໃດ​ແດ່ ຈິ່ງ​ຈະ​ເຂົ້າ​ກັບ​ການກະ­ທຳ​ຜິດ ດັ່ງ­ນັ້ນ ຜູ້​ຂຽນ​ຈິ່ງ​ຂໍ​ອະ ທິ​ບາຍ​ໃຫ້​ບັນ­ດາ​ທ່ານ​ຜູ້​ອ່ານ​ເຂົ້າໃຈ​ແບບ​ງ່າຍໆ​ຄື ເປັນ​ອົງ​ປະ­ກອບ ທີ່​ສະ­ແດງ​ເຖິງ​ແນວ​ຄວາມ​ຄິດ, ນິ ໄສ​ໃຈ­ຄໍ, ການ​ຈົງ­ໃຈ, ເຈ­ຕະ­ນາ​ທີ່ບໍ່​ດີ ຫຼື ຄວາມ​ໂຫດ​ຫ້ຽມ​ຂອງ​ຜູ້​ກະທຳ​ຜິດ​ທີ່​ສະ­ແດງ​ອອກ​ໃນ​ການ​ກະ ທຳ​ຜິດ​ເປັນ­ຕົ້ນ​ເຊັ່ນ​ເປັນ​ການ​ກະ­ທຳ ຜິດ​ທີ່​ຖື​ກວາງ​ແຜນ​ມາ​ກ່ອນ ຫຼື ບໍ່? ຄວາມ​ໂຫດ­ຮ້າຍ​ຂອງ​ຜູ້​ກະ­ທຳ​ຜິດ​ຕໍ່ ການ​ກະ­ທຳ​ຜິດ, ເປັນ​ຜູ້​ກະ­ທຳ​ຜິດ​ທີ່ ເປັນ​ມື​ອາ­ຊີບ ຫຼື ຢຶດ​ເອົາ​ການ​ກະ­ທຳຜິດ​ເປັນ​ອາ­ຊີບ​ຫຼັກ, ເປັນ​ການ​ກະ­ທຳ ຜິດ​ທີ່​ໂຫດ­ຮ້າຍ​ປ່າ​ເຖື່ອນ ຫຼື ເປັນການ​ກະ­ທຳ​ຜິດ​ຄັ້ງ​ໜຶ່ງ​ຄັ້ງ​ດຽວ​ເຫຼົ່າ ນີ້​ເປັນ­ຕົ້ນ​ບັນ­ດາ​ເຄື່ອງ­ໝາຍ​ເຫຼົ່າ​ນີ້ ຫຼື ສະ­ພາບ​ເຫຼົ່າ​ນີ້​ແມ່ນ​ບົ່ງ​ບອກ​ເຖິງອົງ​ປະ­ກອບ​ທາງ​ດ້ານ​ອັດ​ຕະ​ວິ­ໄສ,  ອົງ​ປະ­ກອບ​ທາງ​ດ້ານ​ອັດ​ຕະ​ວິ­ໄສ ຂອງ​ການ​ກະ­ທຳ​ຜິດ​ນີ້​ແມ່ນ​ອົງ​ປະກອບ​ໜຶ່ງ​ທີ່​ມີ​ຄວາມ​ສຳ­ຄັນ​ຫຼາຍ​ໃນ ການ​ພິ­ຈາ­ລະ­ນາ​ຕັດ­ສິນ​ຄະ­ດີ​ຂອງບັນ­ດາ​ຜູ້​ພິ­ພາກ­ສາ​ເພາະ​ເປັນ​ເຄື່ອງໝາຍ​ທີ່​ບົ່ງ​ບອກ​ວ່າ​ແຕ່​ລະ​ຄະ­ດີ​ຄວນຈະ​ວິ­ນິດ​ໃສ​ເຖິງ​ສາ­ເຫດ​ຂອງ​ການຫຼຸດ​ໂທດ ຫຼື ເພີ່ມ​ໂທດ​ໃສ່​ຜູ້​ທີ່​ກະ­ທຳ ຜິດ ຫຼື ບໍ່.
  2.  ອົງ​ປະ­ກອບ​ອັນ​ສຸດ​ທ້າຍ ຄື ອົງ​ປະ­ກອບ​ທາງ​ດ້ານ​ເຈົ້າ​ກຳ ຂອງ​ການ​ກະ­ທຳ​ຜິດ​ແມ່ນ​ເວົ້າ ກ່ຽວ​ກັບ​ຜູ້​ກະ­ທຳ​ຜິດ ຊຶ່ງ​ຕ້ອງ​ແມ່ນ ບຸກ­ຄົນ​ທີ່​ມີ​ສະ­ຕິ​ສຳ​ປະ­ຊັນ​ຍະ, ບໍ່ ເປັນ​ບ້າ​ເສຍ​ຈິດ ແລະ​ຕ້ອງ​ເຖິງ​ກະ ສຽນ​ອາ­ຍຸ​ທາງ​ອາ­ຍາ 15 ປີ​ຂຶ້ນ​ໄປ ອົງ​ປະ­ກອບ​ນີ້​ແມ່ນ​ໄດ້​ກ່າວ​ເຖິງ​ບຸກ ຄະ​ລິກ​ຄະ​ພາບ​ຂອງ​ຜູ້​ກະ­ທຳ​ຜິດ ເນື່ອງ​ຈາ​ກວ່າ​ກົດ­ໝາຍ​ອາ­ຍາ ແມ່ນ​ກົດ­ໝາຍ​ທີ່​ມີ​ການ​ລົງ­ໂທດ ເຖິງ​ຂັ້ນ​ຕັດ ຫຼື ຈຳ­ກັດ​ອິດ­ສະ­ຫຼະ ພາບ​ຂອງ​ບຸກ­ຄົນ ດັ່ງ­ນັ້ນ ຈິ່ງ​ເປັນ ສິ່ງ​ສຳ­ຄັນ​ທີ່​ສຸດ​ທີ່​ຈະ​ຕ້ອງ​ພິ​ຈາ­ລະນາ ຫຼື ຄຳ­ນຶງ​ເຖິງ​ບຸກ​ຄະ​ລິກ​ຄະ ພາບ​ຂອງ​ຜູ້​ກະ­ທຳ​ຜິດ ຫາ​ກວ່າ​ຜູ້ ກະ­ທຳ​ຜິດ​ຫາກ​ເປັນ​ຄົນ​ບ້າ, ເສຍ ຈິດ ຫຼື ບໍ່​ມີ​ສະ­ຕິ​ສຳ​ປະ­ຊັນ​ຍະ​ສົມບູນ​ແລ້ວ ກໍ​ຖື​ວ່າ­ການ​ກະ­ທຳ​ທີ່​ບຸກ ຄົນ​ນັ້ນ​ໄດ້​ກະ­ທຳ​ລົງ​ໄປ​ແມ່ນ​ບໍ່ ເຂົ້າ​ອົງ​ປະ­ກອບ​ນີ້ ຫຼື ເວົ້າ​ອີກ​ຢ່າງ ໜຶ່ງ​ກໍ​ຄື​ຂາດ​ອົງ​ປະ­ກອບ​ຂອງ​ການກະ­ທຳ​ຄວາມ​ຜິດ​ທາງ​ອາ­ຍາ ແຕ່ ເຖິງ​ຢ່າງ­ໃດ​ກໍ​ຕາມ ເນື່ອງ​ຈາ​ກວ່າ ໃນ​ທາງ​ຊີ­ວະ​ສາດ​ແລ້ວ ໄດ້​ກ່າວເຖິງ​ການ​ເປັນ​ບ້າ​ເສຍ​ຈິດ ຫຼື ການ ບໍ່​ມີ​ສະ­ຕິ​ສຳ​ປະ­ຊັນ​ຍະ​ສົມ­ບູນ​ແລ້ວ ບາງ​ຄົນ​ອາດ​ຈະ​ເກີດ​ເປັນ​ບາງ​ຄັ້ງ ຫຼື ບາງ​ຍາມ ແຕ່​ບາງ​ຄົນ​ກໍ​ເກີດ​ຂຶ້ນ ຕະ­ຫຼອດ​ເວ­ລາ ດັ່ງ­ນັ້ນ ກົດ­ໝາຍ​ອາ ຍາ​ຂອງ​ບາງ​ປະ­ເທດ​ຈິ່ງ​ໄດ້​ລະ­ບຸລາຍ​ລະ­ອຽດ​ກ່ຽວ​ກັບ​ການ​ກະ­ທຳຜິດ​ຂອງ​ຜູ້​ກະ­ທຳ​ຜິດ​ທີ່​ເປັນ​ບ້າ​ເສຍຈິດ ຫຼື ທີ່​ມີ​ສະ­ຕິ​ສຳ​ປະ­ຊັນ​ຍະ​ບໍ່​ສົມ  ບູນ​ໄວ້​ຂ້ອນ​ຂ້າງ​ລະ­ອຽດ​ພໍ​ສົມຄວນ ເຊັ່ນ​ວ່າ: ໃນ​ລະ­ຫວ່າງ​ຜູ້​ທີ່ ກະ­ທຳ​ຜິດ​ດັ່ງ­ກ່າວ​ນັ້ນ​ໄດ້​ກະ­ທຳ ຜິດ​ລົງ​ໄປ ແມ່ນ​ເວ­ລາ​ທີ່​ລາວ​ມີ​ສະ ຕິ​ສຳ​ປະ­ຊັນ​ຍະ​ສົມ­ບູນ ຫຼື ບໍ່? ຫຼື ກະ­ທຳ​ຕອນ​ທີ່​ບໍ່​ຮູ້​ສະ­ຕິ? ໂດຍ​ມີ ການ​ກວດ­ກາ​ຈາກ​ແພດ ແລະ​ຢັ້ງ ຢືນ​ຈາກ​ແພດ​ເປັນ​ຢ່າງ​ດີ ແລ້ວ​ຫຼັງ ຈາກ​ນັ້ນ ຜູ້​ພິ­ພາກ­ສາ​ຈິ່ງ​ຄ່ອຍ​ວາງໂທດ​ໃສ່​ຜູ້​ກະ­ທຳ​ຜິດ​ຕາມ​ຄວາມ ເໝາະ​ສົມ ແຕ່​ສຳ­ລັບ​ກົດ­ໝາຍ​ລາວແລ້ວ ໃນ​ປະ­ເດັນ​ດັ່ງ­ກ່າວ​ນີ້​ກົດ ໝາຍ​ຍັງ​ບໍ່​ທັນ​ລະ­ບຸ​ໄວ້​ຢ່າງ​ຈະແຈ້ງ​ເທື່ອ ແຕ່​ເຊື່ອ​ແນ່​ວ່າ​ໃນ​ອະ​ນາຄົດກົດ­ໝາຍ​ລາວ​ກໍ​ຕ້ອງ​ມີ​ການປັບ­ປຸງ​ກ້າວ​ໄປ​ຢ່າງ​ເລື້ອຍໆ.

ນອກ­ຈາກ​ນີ້ ອົງ​ປະ­ກອບ​ທາງດ້ານ​ເຈົ້າ​ກຳ​ຂອງ​ການ​ກະ­ທຳ​ຜິດ ຍັງ​ໄດ້​ກ່າວ​ເຖິງ​ເລື່ອງ​ອາ­ຍຸ​ຂອງ​ຜູ້ກະ­ທຳ​ຜິດ​ທາງ​ອາ­ຍາ​ຄື 15 ປີ​ຂຶ້ນ ໄປ ຊຶ່ງ​ໂດຍ​ຫຼັກ​ແລ້ວ ກົດ­ໝາຍລາວ​ຖື​ເອົາ​ເກນ​ອາ­ຍຸ 15 ປີ​ເປັນ​ຫຼັກ ໃນ​ການ​ລົງ­ໂທດ​ຜູ້​ກະ­ທຳ​ຜິດ, ແຕ່ ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ການ​ປົກ ປ້ອງ​ສິດ ແລະ​ຜົນ​ປະ­ໂຫຍດ​ຂອງ ເດັກ​ໃໝ່​ແລ້ວ ຖື​ວ່າ​ບຸກ­ຄົນ​ທີ່​ີ​ມີ​ອາ ຍຸ​ຕ່ຳ​ກວ່າ 18 ປີ ໝາຍ​ເຖິງ​ເດັກ ແລະ​ອີງ​ຕາມ​ມາດ­ຕາ 52,53 ແລະ 54 ຂອງ​ກົດ­ໝາຍ​ດັ່ງ­ກ່າວ ໄດ້​ລະ­ບຸ​ໃນ​ບາງ​ກໍ­ລະ­ນີ ຄະ­ດີ​ທີ່​ເດັກ ກະ­ທຳ​ຜິດ​ຈະ​ບໍ່​ຖືກ​ສົ່ງ​ໃຫ້​ສານ​ຕັດ ສິນ​ເຊັ່ນການ​ກະ­ທຳ​ຜິດ​ໃນ​ສະ­ຖານລະ​ຫຸ​ໂທດ ແລະ​ໂທ­ສາ­ນຸ­ໂທດ​ທີ່​ບໍ່ ເປັນ​ອັນ­ຕະ­ລາຍ​ຮ້າຍ​ແຮງ ຊຶ່ງ​ກົດໝາຍ​ກຳ­ນົດ​ໂທດ​ຕັດ​ອິດ­ສະ­ຫຼະພາບ​ຕ່ຳ​ກວ່າ 3 ປີ​ລົງ​ມາ. ໃນ​ກໍ​ລະນີ​ດັ່ງ­ກ່າວ​ເຫຼົ່າ​ນີ້ ຜູ້​ກະ­ທຳ​ຜິດ​ທີ່​ຍັງ ບໍ່​ເຖິງ​ກະ­ສຽນ­ອາ­ຍຸ 18 ປີ ຈະ​ບໍ່ຖືກ​ຕັດ­ສິນ​ຄະ­ດີ​ຢູ່​ສານ ແຕ່​ການ​ແກ້ ໄຂ​ຄະ­ດີ​ຈະ​ແມ່ນ​ຄວາມ​ຮັບ​ຜິດຊອບ​ຂອງ​ໜ່ວຍ​ງານ​ທີ່​ກ່ຽວ­ຂ້ອງ ເຊັ່ນ ບ້ານ, ຫ້ອງ­ການ​ຍຸ­ຕິ​ທຳ​ເມືອງ, ອົງ­ການ​ສືບ­ສວນ​ສອບ​ສວນ ແລະອົງ­ການ​ໄອ​ຍະ​ການ​ເປັນ­ຕົ້ນ ຊຶ່ງ​ກໍ ມີ​ວິ­ທີ​ການ​ໃນ​ການ​ແກ້​ໄຂ​ຄະ­ດີ​ດັ່ງນີ້ ເຊັ່ນຕັກ­ເຕືອນ ຫຼື ສຶກ​ສາ​ອົບ­ຮົມ ໃຫ້​ຜູ້​ກະ­ທຳ​ຜິດ​ທີ່​ເປັນ​ເດັກ​ໄປ​ຂໍ​ອະ ໄພ​ກັບ​ຜູ້​ເສຍ​ຫາຍ​ຢ່າງ​ເໝາະ​ສົມ, ໄກ່​ເກ່ຍ, ໃຊ້​ແທນ​ຄ່າ​ເສຍ​ຫາຍ ຫຼື ອາດ​ຈະ​ໃຫ້​ເດັກ​ເຮັດ​ວຽກ​ຊ່ວຍ​ສັງ ຄົມ​ເປັນ­ຕົ້ນ.

ທັງ​ໝົດ​ຂ້າງ​ເທິງ​ເຫຼົ່າ​ນີ້ ທີ່​ຜູ້ຂຽນ​ໄດ້​ກ່າວ​ມາ​ນັ້ນ​ແມ່ນ​ອົງ​ປະກອບ​ຂອງ​ການ​ກະ­ທຳ​ຜິດ​ທາງ​ອາຍາທັງ 4 ອົງ​ປະ­ກອບ ຊຶ່ງ​ໃນ​ການພິ­ຈາ­ລະ­ນາ​ຄະ­ດີ​ຈະ​ຂາດ​ອົງ​ປະກອບ​ອັນ​ໃດ​ອັນ​ໜຶ່ງ​ໄປ​ບໍ່​ໄດ້ ຖ້າຂາດ​ຕົວ​ໃດ​ໜຶ່ງ​ໄປ​ກໍ​ຈະ​ຖື​ວ່າ​ບໍ່​ເຂົ້າອົງ​ປະ­ກອບ​ຂອງ​ການ​ກະ­ທຳ​ຜິດທາງ​ອາ­ຍາ ແລະ​ຈະ​ບໍ່​ແມ່ນ​ຄະ­ດີອາ­ຍາ.

ທີ່ມາ: ເສດຖະກິດ-ສັງຄົມ, ພາບປະກອບຈາກອິນເຕີເນັດ

One thought on “ອົງປະກອບຂອງການກະທໍາຜິດທາງ “ອາຍາ”

  • 27 ເດືອນມີນາ 2018 at 09:42
    Permalink

    ຂໍ​ຖາມ​ກ່ຽວ​ກັບ​ຄຳ​ຊັບ​ກົດ​ໝາຍ: ສານ​ອາ​ນຸ​ຍາ​ໂຕ​ຕຸ​ລາ​ການ​ປະ​ຈຳ​ປະ​ເທດ ແມ່ນ​ຫັຍ​ງ?

    Reply

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

This site uses Akismet to reduce spam. Learn how your comment data is processed.

Copy Protected by Chetan's WP-Copyprotect.