ເຈົ້າໝ້າທີ່ເລັ່ງຫາສາເຫດໄຟໄໝ້ 10 ກວ່າຮ້ານທີ່ບ້ານຫາດຊາຍຂາວ
ທ່ານ ພັນຕີ ຈັນທະບູນ ມະນີວົງ ຫົວໜ້າພະແນກສະກັດກັ້ນ ແລະມອດໄຟ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ປະຈຸບັນ ເຈົ້າໜ້າທີ່ກຳລັງຂຸ້ນຂ້ຽວເລັ່ງສືບສວນ-ສອບສວນຫາສາເຫດອັກຄີໄພທີ່ເກີດຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ທັງນີ້ ອາດໃຊ້ເວລາໄລຍະໜຶ່ງ ຈິ່ງຈະໄດ້ຄຳຕອບພ້ອມຮຽກຮ້ອງໃຫ້ສັງຄົມອົດໃຈລໍ ແລະຢ່າແຕກຕື່ນກັບການໃຫ້ຂ່າວລືຕ່າງໆນາໆທີ່ເກີດຂຶ້ນໃນສື່ອອນລາຍ ເພາະຍັງບໍ່ທັນມີຂໍ້ມູນຫຼັກຖານໃດທີ່ຢັ້ງຢືນຄວາມຈິງ.
ທ່ານ ພັນຕີ ຈັນທະບູນ ມະນີວົງ ໃຫ້ຮູ້ວ່າ: ເຫດການຄັ້ງນີ້ໄດ້ເກີດຂຶ້ນເວລາປະມານ 1:00 ໂມງຂອງວັນທີ 12 ທັນວາຜ່ານມາ ອັນໄດ້ເຮັດໃຫ້ຮ້ານຂາຍເຄື່ອງເສຍຫາຍຈຳນວນ 11 ຮ້ານ, ໃນນັ້ນເປັນຮ້ານອາຫານ ແລະຮ້ານສ້ອມ ແປງລົດ 3 ຮ້ານ, ຮ້ານເສີມສວຍ 2 ຮ້ານ, ຊຶ່ງປະເມີນຄວາມເສຍຫາຍເບື້ອງຕົ້ນປະມານ 1 ຕື້ກວ່າກີບ.
ແນວໃດກໍດີ ພາຍຫຼັງທີ່ເຈົ້າໜ້າທີ່ຄວບຄຸມເພີງໄດ້ແລ້ວກໍໄດ້ຕັ້ງໜ່ວຍສືບສວນ-ສອບສວນ ເພື່ອລົງຊອກຫາຂໍ້ມູນຕົ້ນເຫດຂອງການເກີດອັກຄີໄພດັ່ງກ່າວ ຊຶ່ງອີງຕາມການລົງສືບສວນ ແລະເກັບກຳສະພາບແວດລ້ອມບຸກຄົນຜູ້ເຫັນເຫດການຍັງບໍ່ທັນສາມາດຢັ້ງຢືນໄດ້ວ່າເຫດອັກຄີໄພໃນຄັ້ງນີ້ແມ່ນມີສາເຫດມາຈາກໃສ ແລະເປັນຍ້ອນສາເຫດອັນໃດກັນແທ້ ຈິ່ງເປັນວຽກທີ່ທາງພະນັກງານວິຊາການນຳກຳລັງເລັ່ງຊອກຫາໃນຂະນະນີ້.