ເຮືອນ 6 ຫຼັງ ເສຍຫາຍຈາກໄຟໄໝ້ ໄດ້ຮັບຊ່ວຍເຫຼືອ
ວັນທີ 7 ມັງກອນນີ້ ທ່ານ ພັອ ພູວຽງ ຫຼ່ຽມມະວົງ ສາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍ ທ່ານ ບຸນປອນ ອາສາພິພັກກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆຄົງເຊໂດນ ໄດ້ລົງຕິດຕາມ ກວດກາຜົນເສຍຫາຍໄຟໄໝ້ເຮືອນຂອງ ປະຊາຊົນບ້ານຄຳທອງ ເມືອງຄົງເຊໂດນ.
ໂອກາດນີ້ທ່ານ ກົງໃຈ ຮຸ່ງເຮືອງສີນາຍບ້ານໆຄຳທອງ ໄດ້ລາຍງານສະພາບການ ແລະສາເຫດຂອງການເກີດ ອັກຄີໄພຄັ້ງນີ້ ຊຶ່ງເກີດຂຶ້ນໃນເວລາ16:30 ໂມງ ຂອງວັນທີ 6 ມັງກອນ 2016, ສາເຫດແມ່ນເກີດຈາກໄຟຟ້າລັດວົງຈອນເກີດຈາກເຮືອນຫຼັງໜຶ່ງ ແລ້ວລາມໄປໃສ່ຫຼາຍຫຼັງ ຊຶ່ງມີທັງໝົດ 6 ຫຼັງ, ໃນນັ້ນເສຍຫາຍໜັກ 100% ແມ່ນ 4 ຫຼັງ, ລວມມູນຄ່າເສຍຫາຍທັງ ໝົດ 856 ລ້ານກວ່າກີບ ເຮືອນທີ່ຖືກ ໄໝ້ແມ່ນເປັນເຮືອນເຄິ່ງປູນເຄິ່ງໄມ້ຈິ່ງເປັນສາເຫດເກີດໄຟໄໝ້ລຸກລາມໄດ້ງ່າຍ, ຕໍ່ເຫດການທີ່ເກີດຂຶ້ນນັ້ນທ່ານ ບຸນປອນ ອາສາພິພັກ ເຈົ້າເມືອງໆຄົງເຊໂດນ ພ້ອມອຳນາດການປົກຄອງທຸກ ຂັ້ນ ກວດກາຄືນເຖິງຜົນເສຍຫາຍ ຊຶ່ງມີລົດໄຖນາ 1 ຄັນ, ລົດຈັກ 4 ຄັນ, ຄຳ 1 ບາດ ແລະ 1 ສະຫຼຶງ, ພ້ອມດ້ວຍເງິນ ຫຼຽນຫົວໜາມ 2 ຫຼຽນ ແລະເງິນສົດ 10 ລ້ານກີບ ພ້ອມດ້ວຍເງິນບາດ 10 ພັນບາດ ຈາກນັ້ນທ່ານ ບຸນປອນ ອາສາພິພັກ ເຈົ້າເມືອງໆຄົງເຊໂດນ ພ້ອມ ດ້ວຍອຳນາດການປົກຄອງ ແລະບ້ານກໍຫາວິທີແກ້ໄຂສຸກເສີນໃຫ້ແກ່ຈຳນວນຄອບຄົວຜູ້ທີໄດ້ຮັບຜົນກະທົບດ້ວຍການປຸກລະດົມປະຊາຊົນພາຍໃນບ້ານ ແລະ ຫ້າງຮ້ານຕ່າງໆເພື່ອຊ່ວຍເຫຼືອບັນເທົາທຸກແກ່ຜູ້ປະສົບເຄາະຮ້າຍຄັ້ງນີ້ ຊຶ່ງມີ ເຂົ້າເປືອກຈຳນວນ 1 ໂຕນ, ເຂົ້າສານ 800 ກວ່າກິໂລ, ເຄື່ອງອຸປະໂພກ ແລະ ບໍລິໂພກອື່ນໆອີກລ່ວມມູນຄ່າ 20 ລ້ານກວ່າກີບ ພ້ອມເງິນສົດອີກຈຳນວນ 10 ລ້ານກວ່າກີບ ແລະມາໃນຕອນຄ່ຳຂອງ ວັນດຽວກັນ ນັ້ນທ່ານ ສຸດາໄລ ອິນດາ ວົງ ຮອງຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງພ້ອມ ຄະນະ ທ່ານ ດຣ. ອິນປົງ ຈັນທະມາດ ຫົວໜ້າຫ້ອງການກາແດງສາລະວັນພ້ອມຄະນະກໍໄດ້ນຳເອົາປະເພດເຄື່ອງນຸ່ງຫົ່ມ ຈຳນວນ 4 ແກັດ ພ້ອມເງິນສົດ 3 ລ້ານກວ່າກີບ, ເຄື່ອງນຸ່ງຫົ່ມ ແລະ ປະເພດເຄື່ອງໃຊ້ຄົວເຮືອນ ມູນຄ່າ 2 ລ້ານກວ່າກີບ ຕາມລຳດັບມາມອບໃຫ້ ຄອບຄົວຜູ້ປະສົບເຄາະຮ້າຍດັ່ງກ່າວ.