ໃບພູສົດຢາດີແກ້ເຈັບຫົວ
ອາການເຈັບຫົວ ຫຼື ຫງຸດຫງິດແມ່ນເກີດຈາກຫຼາຍສາເຫດເປັນແລ້ວເຮັດໃຫ້ເຊົາຍາກ ແລະເຈັບຮຸນແຮງຂຶ້ນເລື້ອຍໆບາງຄົນມີອາການເຈັບເລື້ອຍໆ ຫຼື ເປັນປະຈຳເຮັດໃຫ້ມີອາລົມຫງຸດຫງິດຕ້ອງກິນຢາແກ້ປວດ ຈິ່ງຈະຫາຍເຊົາໄດ້ແຕ່ໃນທາງສະໜຸນ ໄພແມ່ນມີວິທີແກ້ໄດ້ນັ້ນກໍຄືໃຫ້ເອົາ ໃບພູສົດທີ່ຜູ້ເຖົ້າໃຊ້ຄ້ຽວໝາກຊອຍ ເປັນຕ່ອນນ້ອຍຍາວຂົ້ວໃຫ້ແຫ້ງແລ້ວຊົງດື່ມກັບນໍ້າຮ້ອນ ດື່ມແທນນໍ້າຊາ ຫຼື ໃບພູທີ່ຂົ້ວແຫ້ງດີແລ້ວໜຶ່ງຢຸບມື ຫຼື ປະມານ 5 ກຣາມ ຕົ້ມກັບນໍ້າສະອາດ 1 ລິດຈົນຟົດ ຫຼື ອອກເປັນສີນໍ້າຢາປົງລົງແລ້ວເກັບໃສ່ຂວດໄວ້ດື່ມມື້ລະ 3-4 ຄັ້ງ ຕອນໃດກໍໄດ້ ຄັ້ງລະ 1 ຈອກນໍ້ານ້ອຍ ຈະຊ່ວຍໃຫ້ອາການເຈັບຫົວຫາຍເຊົາໄດ້.
ນອກຈາກຈະຊົງດື່ມເປັນນໍ້າຊາແລ້ວ ນໍ້າຄັ້ນຈາກໃບພູສົດ ຍັງສາມາດນຳມາກິນເປັນຢາຂັບລົມ ແລະທາ ແກ້ອາການຝື່ນຄັນໄດ້ ໂດຍນຳເອົາໃບພູ 3-4 ໃບ ຍ່ອງໃຫ້ມຸ່ນ ຫຼື ຕຳໃຫ້ມຸ່ນລະອຽດປະສົມເຫຼົ້າຂາວໜ້ອຍໜຶ່ງທາບໍລິເວນທີ່ເປັນຝື່ນຄັນນັ້ນ.