ໝູສາມຊັ້ນຈືນນໍ້າປາ
ໝູສາມຊັ້ນຈືນ ເປັນເມນູອາຫານທີ່ກິນແລ້ວເພີນຈົນຢຸດບໍ່ໄດ້ ສູດເດັດເຄັດລັບຄວາມແຊບ ເລີ່ມຕັ້ງແຕ່ການເລືອກຊີ້ນໝູສາມຊັ້ນ ແນະນໍາໃຫ້ເລືອກໝູສາມຊັ້ນທີ່ມີຊີ້ນຫຼາຍໆ ແລະນໍ້າມັນໜ້ອຍໆໜັງບໍ່ຫຼາຍປານໃດ ສ່ວນການໝັກໝູສາມຊັ້ນສ່ວນສໍາຄັນທີ່ຕ້ອງໝັກໃຫ້ເຂົ້າເນື້ອ ແລະການຈືນໝູສາມຊັ້ນ ຕ້ອງໃຫ້ກອບນອກ ນຸ້ມໃນ ໝູສາມຊັ້ນຈືນບໍ່ແມ່ນເມນູງ່າຍໆ ໂດຍເມນູທີ່ຈະນໍາມາແບ່ງປັນສູດລົດຊາດແຊບໆກໍ່ແມ່ນ ໝູສາມຊັ້ນຈືນນໍ້າປາ ໃຊ້ວັດຖຸດີບບໍ່ຫຼາຍ ຢາກຮູ້ ໝູສາມຊັ້ນຈືນນໍ້າປາ ເຮັດແນວໃດໃຫ້ແຊບ ແລະໜ້າກິນ ນໍາມາອ່ານທາງພີ້ນໍາກັນ.
ສ່ວນປະສົມໝູສາມຊັ້ນຈືນນໍ້າປາ
- ໝູສາມຊັ້ນ ½ ກີໂລ
- ນໍ້າປາ 1 ບ່ວງແກງ
- ນໍ້າມັນຫອຍ 1 ບ່ວງແກງ
- ໄຂ່ໄກ່ 1 ໜ່ວຍ
- ພິກໄທບົດ
- ແປ້ງສໍາລັບຈືນ
- ນໍ້າມັນສໍາລັບຈືນ(ໃສ່ໃຫ້ຫຼາຍພໍດີ)
- ນໍ້າສົ້ມສາຍຊູ 1 ບ່ວງແກງ
ວິທີເຮັດ ໝູສາມຊັ້ນຈືນນໍ້າປາ
- ເລີ່ມຕົ້ນດ້ວຍການລ້າງໝູສາມຊັ້ນໃຫ້ສະອາດທີ່ສຸດ ແລ້ວຕັດສ່ວນໜັງອອກໄປ ກ່ອນຈະໃຊ້ມີດປາຍແຫຼມແທງໃຫ້ທົ່ວຊິ້ນໝູ.
- ມາຮອດການປຸງລົດຊາດກັນແດ່ ປຸງລົດຊາດດ້ວຍນໍ້າປາ, ນໍ້າມັນຫອຍ ແລະພິກໄທ ເພີມໄດ້ ຫຼຸດໄດ້ຕາມທີ່ຕ້ອງການ.
- ຈາກນັ້ນ ທັບໄຂ່ໄກ່ໃສ່ລົງໄປກັບຊີ້ນໝູ, ນວດ, ຄົນໃຫ້ເຂົ້າກັນ ຈົນເຄື່ອງປຸງຈະຊືມເຂົ້າສູ່ເນື້ອໝູ ຖ້າແລ້ວໃຫ້ນໍາເຂົ້າຕູ້ເຢັນ ແນະນໍາໃຫ້ປະໄວ້ 1 ຊົ່ວໂມງຂຶ້ນໄປ ວິທີນີ້ຈະຊ່ວຍໃຫ້ເຄື່ອງປຸງກັບຊີ້ນໝູເຂົ້າກັນໄດ້ຢ່າງເຂັ້ມຂຸ້ນ.
- ຫຼັງຈາກທີ່ໝັກຊີ້ນໝູແລ້ວກໍ່ເອົາອອກຈາກຕູ້ເຢັນ ຊີ້ນໝູຈະມີນໍ້າໝັກທີ່ເຢັນໆ ກໍ່ເລີ່ມໂຮຍແປ້ງລົງສໍາລັບຈືນລົງໄປເທື່ອລະໜ້ອຍ ເພື່ອເຄືອບຊີ້ນໝູໃຫ້ທົ່ວ ພະຍາຍາມບໍ່ໃຫ້ໜາເກີນໄປ ຖ້ານໍ້າໝັກໜ້ອຍໄປກໍ່ເພີມນໍ້າເຢັນໆລົງໄປອີກໜ້ອຍໜຶ່ງ.
- ກຽມໜໍ້ທີ່ຕັ້ງໄຟທໍາມະດາ ໃສ່ນໍ້າມັນປາລົງໄປໃຫ້ທົ່ວຊີ້ນໝູ.