ລັດເປີດໂອກາດໃຫ້ພາກທຸລະກິດມີສ່ວນຮ່ວມພັດທະນາເມືອງສັງທອງ

  ໃນກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາຂອງນັກທຸລະກິດເຂົ້າສູ່ເມືອງສັງທອງແມ່ນເປັນການສົ່ງເສີມນັກທຸລະກິດເຂົ້າມາມີສ່ວນຮ່ວມໃນການພັດທະນາຕົວເມືອງໂດຍປະຕິບັດຕາມ 3 ທ່າແຮງຫຼັກທີ່ໄດ້ກໍານົດໄວ້ໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກມືອງສັງທອງ, ຊຶ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 8 ສິງຫາ 2019 ທີ່ຫ້ອງການປົກຄອງເມືອງສັງທອງ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະ ຄອນຫຼວງວຽງຈັນ, ມີທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ, ທ່ານ ດາວ ເພັດອາລຸນ ເຈົ້າເມືອງສັງທອງ, ມີບັນດາພາກທຸລະກິດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.  ທ່ານ ດາວ ເພັດອາລຸນ ລາຍງານຕໍ່ກອງປະຊຸມດັ່ງກ່າວວ່າ: ເພື່ອເປັນການກະຕຸ້ນທ່າແຮງໃຫ້ກັບເມືອງໂດຍສອດຄ່ອງກັບມະຕິຂອງກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກເມືອງທີ່ກຳນົດໄວ້ຢ່າງຈະແຈ້ງວ່າການພັດທະນາເມືອງຕ້ອງໄດ້ສຸມໃສ່ 3 ເຂດໃຫຍ່ເປັນຫຼັກຕົ້ນຕໍແມ່ນເຂດພັດທະນາທີ 1: ເຂດນໍ້າຕອນລຽບພູພະນັງກຳນົດເປັນເຂດກະສິກຳຕິດພັນກັບການທ່ອງທ່ຽວທາງປະຫວັດສາດຊຶ່ງເຂດດັ່ງກ່າວໄດ້ຊຸກຍູ້ສົ່ງເສີມປະຊາຊົນຈັດຕັ້ງເປັນກຸ່ມຜະລິດເຂົ້າອີນຊີ, ພືດຜັກປອດສານພິດແລະຫັດຖະກຳຈຳນວນໜຶ່ງ; ເຂດພັດທະນາທີ່ 2: ເຂດທາງເລກທີ 11 ລຽບຕາມແມ່ນໍ້າຂອງກຳນົດເປັນເຂດຜະລິດກະສິກຳ, ອຸດສາຫະກຳ ແລະ ການ ບໍລິການ ເປັນຕົ້ນການຄ້າ-ຂາຍ, ການບໍລິການຕ່າງໆຕິດພັນກັບການສົ່ງເສີມການປູກເຂົ້າ, ປູກພືດລົ້ມລຸກ ແລະ ຍັງກຳນົດເປັນເຂດການຂຸດຄົ້ນແຮ່ທາດ, ໂຮງຈັກໂຮງງານຕ່າງໆ; ເຂດພັດທະນາທີ່ 3 ເຂດລຽບຕາມສາຍນໍ້າສັງກຳນົດເປັນເຂດກະສິກຳ ແລະການທ່ອງທ່ຽວດ້ານທຳມະຊາດ, ໃນນີ້ເຂດດັ່ງກ່າວຍັງໄດ້ສົ່ງເສີມການປູກເຂົ້າ, ພືດຜັກ, ໄມ້ໃຫ້ໝາກ, ພືດອຸດສາຫະກຳ, ໄມ້ອຸດສາຫະກຳ, ການລ້ຽງສັດເປັນຟາມ ແລະຍັງໄດ້ຊຸກຍູ້ສົ່ງເສີມການສ້າງຕັ້ງກຸມຜະລິດຫັດຖະກຳໄມ້ປ່ອງນຳອີກ.   ພ້ອມດຽວກັນນີ້, ໃນມະຕິກອງປະຊຸມໃຫຍ່ຄັ້ງທີ່ IV ກໍໄດ້ກຳນົດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໄວ້ໃນ 4 ຂົງເຂດວຽກງານ, 112 ໂຄງການ, ໃນນັ້ນຂົງເຂດເສດຖະກິດ 53 ໂຄງການ, ຂົງເຂດວັດທະນະທຳ-ສັງຄົມ 27 ໂຄງການ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 12 ໂຄງການ ແລະຂົງເຂດບໍລິ ຫານລັດ 21 ໂຄງການ, ຊຶ່ງປະຈຸບັນມາຮອດທ້າຍສະໄໝຂອງກອງປະຊຸມ,ເນື່ອງໃນໂອກາດເປີດຂະບວນການຮັກຊາດ ແລະພັດທະນາຕິດພັນກັບຮັກນະຄອນຫຼວງວຽງຈັນຂອງພາກທຸລະກິດຢູ່ເມືອງສັງທອງ ແລະເພື່ອເປັນການດຶງດູດການລົງທຶນມາສູ່ເມືອງສັງທອງແມ່ນຕ້ອງສຸມໃສ່ຂົງເສດຖະກິດແລະຂົງເຂດວັດທະນະທຳ-ສັງ ຄົມທີ່ນອນໃນ 3 ເຂດພັດທະນາຫຼັກທີ່ກ່າວມາເບື້ອງຕົ້ນ.   ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ສິນລະວົງ ຄຸດໄພທູນ ກໍໄດ້ໃຫ້ທິດໂອ້ລົມເປັນຕົ້ນແມ່ນໃຫ້ເມືອງສືບຕໍ່ສົ່ງເສີມທຸກການລົງທຶນຂອງພາກເອກະຊົນທີ່ເຫັນວ່າຈະຊ່ວຍໃຫ້ເມືອງມີການພັດທະນາໂດຍສະເພາະສ້າງເມືອງສັງທອງ ໃຫ້ເປັນເມືອງໜ້າຢູ່,ສ້າງເມືອງໃຫ້ກາຍເປັນເມືອງຊີວະພາບ ແລະເອົາການບໍລິການຕິດພັນກັບວຽກທ່ອງທ່ຽວ, ພ້ອມທັງຮັບປະກັນໃຫ້ຊົນນະບົດ ແລະຕົວເມືອງມີຈັງຫວະການພັດທະນາທີ່ຍັບມໍ່ເຂົ້າໃກ້ກັນ,ສົ່ງເສີມການຜະລິດກະສິກຳເປັນສິນຄ້າໃຫ້ຫຼາຍຂຶ້ນ ແລະຖື ເອົາກະສິກຳສະອາດເປັນທ່າແຮງໂດຍນຳໃຊ້ເຕັກນິກວິທະຍາສາດວິທະຍາການເຂົ້າໃນການຜະລິດ ແລະຊ່ວຍເຫຼືອພ້ອມກັນນັ້ນກໍຕ້ອງໄດ້ສ້າງພະນັກງານນັກພັດທະ ນາທ້ອງຖິ່ນກັນທີ່ ແລະ ເປັນຕົວແບບຂອງການພັດທະນາໃຫ້ເປັນຮູບປະທຳຫຼາຍຂຶ້ນ, ຄຽງຄູ່ກັບອົງການຈັດຕັ້ງເບື້ອງລັດພາກທຸລະກິດແມ່ນເປັນກຳລັງແຮງທີ່ສຸດ.   ສະນັ້ນຈຶ່ງຮຽກຮ້ອງພາກທຸລະກິດເຂົ້າມາມີສ່ວນຮ່ວມໃນການແຂ່ງຂັນຮັກຊາດ ແລະພັດທະນາຕິດພັນກັບການຮັກນະຄອນຫຼວງວຽງຈັນຊຸກຍູ້ວຽກງານ 3 ສ້າງ3 ຫຼຸດ 3 ເພີ່ມ 3 ຂະບວນການ ແລະ 3 ເພື່ອໃຫ້ເປັນຂະບວນການຟົດຟືນໃຫ້ຫຼາຍຂຶ້ນ, ປຸກລະດົມໃຫ້ທຸກພາກສ່ວນມີສ່ວນຮ່ວມເປັນເຈົ້າການດຶງດູດການລົງທຶນ, ຊອກຕະຫຼາດແລະຊຸກຍູ້ໃຫເບັນດາຫົວໜ່ວຍທຸລະກິດປະກອບສ່ວນເຂົ້າໃນວຽກງານແຂ່ງຂັນພັດທະນາຊົນນະບົດເພື່ອສ້າງໃຫ້ນະຄອນຫຼວງວຽງຈັນ ມີໃບໜ້າໃໝ່ ໃຫ້ມີການປ່ຽນແປງ ແລະ ພັດທະນາເປັນກ້າວໆ. ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

Read more

ວຽງໄຊ ຢືນຢັນພົບ 2 ສົບຍັງບໍ່ແມ່ນຜູ້ສູນຫາຍ

 ການຄົ້ນຫາຜູ້ສູນຫາຍ 7 ຄົນ ຈາກດິນເຊາະເຈື່ອນທັບ 2 ຄອບຄົວທີ່ບ້ານຫີນດຳ ເມືອງວຽງໄຊ ແຂວງຫົວພັນ ຊຶ່ງເປັນເວລາ 7 ວັນແລ້ວແຕ່ຍັງບໍ່ມີຮ່ອງຮອຍພົບເຫັນສົບເທື່ອຊຶ່ງກ່ອນໜ້ານີ້ທາງອໍານາດການປົກຄອງເມືອງກອນເຊີນແຂວງແທງຮົວ ປະເທດຫວຽດນາມ ໄດ້ແຈ້ງມາຫາອຳນາດການປົກຄອງເມືອງວຽງໄຊ ວ່າເຂົາ ເຈົ້າໄດ້ພົບເຫັນສົບເດັກນ້ອຍ 2 ຄົນທີ່ໃກ້ກັບເຂດຊາຍແດນລາວ-ຫວຽດນາມແຕ່ທາງໜ່ວຍວິຊາການ ແລະ ຍາດຕິພີ່ນ້ອງຜູ້ສູນຫາຍໄດ້ສັນລະສູດຢືນຢັນແລ້ວວ່າບໍ່ແມ່ນຍາດຜູ້ກ່ຽວປະຈຸບັນໄດ້ເລັ່ງສືບຕໍ່ຄົ້ນຫາໂດຍມີພາກສ່ວນເມືອງ, ອ້າຍນ້ອງທະຫານ 215 ແລະສົມທັບກັບໜ່ວຍງານວິຊາການແຂວງຫົວພັນໄດ້ພາກັນຂຸດຄົ້ນໃຫ້ພົບເຫັນໂດຍໄວ.   ທ່ານ ພອນສຸກ ອິນທະວົງ ເຈົ້າເມືອງວຽງໄຊ ໄດ້ລາຍງານຜ່ານໂທລະສັບໃຫ້ຮູ້ວ່າ: ໃນວັນທີ 7 ສິງຫາ ໄດ້ຮັບແຈ້ງຈາກອຳນາດການປົກຄອງເມືອງກອນເຊີນວ່າໄດ້ພົບເຫັນສົບເດັກນ້ອຍ 2 ຄົນທີ່ໃກ້ກັບເຂດຊາຍແດນລາວ-ຫວຽດນາມແຕ່ທາງໜ່ວຍວິຊາການ ແລະ ຍາດຕິພີ່ນ້ອງຜູ້ສູນຫາຍໄດ້ຢືນຢັນແລ້ວວ່າບໍ່ແມ່ນຍາດພີ່ນ້ອງຂອງຜູ້ກ່ຽວໂດຍສັນລະສູດຢືນຢັນແລ້ວວ່າເປັນຄົນຫວຽດນາມທີ່ຖືກນໍ້າໄຫຼພັດມາເພາະວ່າໃນຊ່ວງເກີດພາຍຸໃນເຂດເມືອງກອນເຊີນກໍ່ມີຜູ້ສູນຫາຍຈາກໄພນໍ້າຖ້ວມເຊັນດຽວກັນ. ສຳລັບການຄົ້ນຫາຜູ້ສູນຫາຍໃນປະ ຈຸບັນມີກຳລັງພາກສ່ວນທ້ອງຖິ່ນເມືອງ, ອ້າຍນ້ອງທະຫານ 215 ແລະສົມທັບກັບໜ່ວຍງານວິຊາການທີ່ມາຈາກແຂວງຫົວພັນໄດ້ສືບຕໍ່ຄົ້ນຫາ ຊຶ່ງໄດ້ວ່າງແຜນ ສຳຫຼວດພື້ນທີ່ ແລະຂຸດຄົ້ນເລີ່ມຈາກຂອບ ເຂດບໍລິເວນເກີດເຫດໄປຫາເຂດຊາຍ ແດນທີ່ມີໄລຍະຫ່າງ 12 ກິໂລແມັດໂດຍໃຊ້ກົນຈັກປະເພດລົດແມັກໂຄ 2 ຄັນບວກກັບກຳລັງແຮງງານຄົນ.   ທ່ານເຈົ້າເມືອງໃຫ້ຮູ້ຕື່ມອີກວ່າ: ການຄົ້ນຫາຄັ້ງນີ້ແມ່ນມີຄວາມຫຍຸ້ງຍາກຫຼາຍເພາະວ່າເປັນເຂດທີ່ມີພູສູງ, ຫ້ວຍຮ່ອງ, ແມ່ນໍ້າ ແລະມີຂີ້ຕົມຫຼາຍຊຶ່ງບາງຈຸດລົດແມັກໂຄບໍ່ສາມາດເຂົ້າຫາຂຸດຄົ້ນໄດ້ຢ່າງໃດກໍ່ຕາມເມື່ອມີເຫດການດັ່ງກ່າວເກີດຂຶ້ນເມືອງວຽງໄຊຍັງໄດ້ມີແຜນຍົກຍ້າຍຄອບຄົບທີ່ຢູ່ໃກ້ກັບແມ່ນໍ້າ, ພູສູງ ແລະຫ້ວຍຮ່ອງອື່ນໆອອກຈາກເຂດທີ່ມີຄວາມສ່ຽງ. ຂຽນໂດຍ: ແພງຕາ  ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດສັງຄົມ

Read more

6 ເດືອນ ດ່ານສາກົນນໍ້າເຫຼືອງເກັບລາຍຮັບໄດ້ 168,46 ຕື້ກີບ

ດ່ານສາກົນຂົວມິດຕະພາບນໍ້າເຫືອງເປັນດ່ານໜຶ່ງທີ່ຕັ້ງຢູ່ເມືອງແກ່ນທ້າວ, ແຂວງໄຊຍະບູລີ ຊຶ່ງມີ 4 ດ່ານ ປະເພນີຂຶ້ນກັບ,ຜ່ານການຊີ້ນໍາໆພາທາງດ້ານການເມືອງແນວຄິດ, ດ້ານວຽກງານວິຊາສະເພາະຜ່ານມາເຫັນວ່າພາຍໃນດ່ານສາກົນນໍ້າເຫືອງກໍ່ຄືບັນດາດ່ານປະເພນີທີ່ຂຶ້ນກັບແມ່ນມີຄວາມສະຫງົບໂດຍພື້ນຖານ, ວຽກງານວິຊາສະເພາະໄດ້ມີການປັບປຸງແກ້ໄຂຫຼາຍດ້ານ, ການບໍລິການພາຍໃນດ່ານມີຄວາມສະດວກ, ວ່ອງໄວ ແລະຮັບປະກັນດ້ານລະບຽບກົດໝາຍ, ການສົ່ງອອກ-ນໍາເຂົ້າສິນຄ້າ, ເຄື່ອງຂອງຕ່າງໆ ເຫັນວ່າມີບາງສະນິດສິນຄ້າແມ່ນໄດ້ເພີ່ມຂຶ້ນ, ເຄື່ອງຂອງທີ່ເສຍພາສີສ່ວນຫຼາຍແມ່ນການນໍາເຂົ້ານໍ້າມັນເຊື້ອໄຟຊຶ່ງກວມເອົາ94,68% ຂອງລາຍຮັບທົ່ວດ່ານ ຊຶ່ງ 6 ເດືອນຕົ້ນປີ 2019 ສາມາດເກັບລາຍຮັບໄດ້ທັງໝົດ 168,46 ຕື້ກີບ, ເທົ່າກັບ52,10% ຂອງແຜນການປີ.   ທ່ານ ສົມພິນ ອິນທະວົງ ຫົວໜ້າດ່ານສາກົນຂົວມິດຕະພາບນໍ້າເຫືອງ ໃຫ້ຮູ້ວ່າ: ຈາກສະພາບທີ່ກ່າວມາຂ້າງເທິງນັ້ນແມ່ນສ່ວນໜຶ່ງຊຶ່ງສະແດງໃຫ້ເຫັນວ່າບັນຫາທີ່ເກີດຂຶ້ນຈາກພາຍໃນ ແລະພາຍນອກທີ່ເປັນສາເຫດໃຫ້ແກ່ການຈັດຕັ້ງປະຕິບັດວຽກງານວິຊາສະເພາະກໍ່ຄືການຈັດເກັບລາຍຮັບ, ອີກດ້ານໜຶ່ງຍ້ອນມີການຊີ້ນໍາໆພາຂອງຄະນະກົມພາສີ, ອໍານາດການປົກຄອງທ້ອງຖິ່ນ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງພະນັກງານວິຊາການພາຍໃນດ່ານຈຶ່ງເຮັດໃຫ້ການເກັບລາຍຮັບບັນລຸເປົ້າໝາຍ.   6 ເດືອນຕົ້ນປີ 2019 ສາມາດເກັບລາຍຮັບໄດ້ທັງໝົດ 168,46 ຕື້ກີບ, ເທົ່າກັບ 52,10% ຂອງແຜນການປີ, ໃນນັ້ນມີ: ລາຍຮັບພາກສ່ວນພາສີ 50,47 ຕື້ກີບ, ໃນນີ້: ຄ່າຊັກພິເສດ 16 ລ້ານກວ່າກີບ, ພາສີຂາເຂົ້າ 23,24 ຕື້ ກີບ, ຄ່າທໍານຽມຕ່າງໆ 1,80 ຕື້ກີບ, ຄ່າທໍານຽມຄັງແຮ 25,39 ຕື້ກີບ ແລະຄ່າປັບໃໝ 13 ລ້ານກີບ; ລາຍຮັບພາກສ່ວຍອາກອນ 117,98 ຕື້ກີບ, ໃນນີ້: ອາກອນຊົມໃຊ້ 77,36 ຕື້ກີບ, ອາກອນມູນຄ່າເພີ່ມ 40,50 ຕື້ກີບ ແລະ ອາກອນກໍາໄລ 116 ລ້ານກວ່າກີບ.   ວິໄຈລວມໝວດສິນຄ້າຕົ້ນຕໍຄື: ຄ່າຊັກພິເສດປະຕິບັດໄດ້ 16 ລ້ານກວ່າກີບ, ເທົ່າກັບ 17,48% ຂອງແຜນການປີ, ນໍ້າມັນເຊື້ອໄຟປະຕິບັດໄດ້ 134,11 ຕື້   ກີບ, ເທົ່າກັບ 94,68%, ພາຫະນະ 496 ລ້ານກວ່າກີບ, ເທົ່າກັບ 97,91%, ຊີ້ນສ່ວນອາໄລ່ຕ່າງໆ 74 ລ້ານກວ່າກີບ, ເທົ່າກັບ 115,11%, ເຄື່ອງກໍ່ສ້າງ 2,71 ຕື້ກີບ,ເທົ່າກັບ 74,72% ອຸປະກອນໃຊ້ດ້ວຍໄຟຟ້າ 838 ລ້ານກວ່າກີບ,ເທົ່າກັບ 215,39% ເຄື່ອງອຸປະໂພກ-ບໍລິໂພກ 3 ຕື້ກີບ,ເທົ່າກັບ 112,19% , ຄ່າທໍານຽມພາຫະນະເຂົ້າ-ອອກ 1,33 ຕື້ກີບ, ເທົ່າກັບ 87,98%, ຄ່າທໍານຽມຄັງແຮນໍາມັນເຊື້ອໄຟ 25,39 ຕື້ກີບ, ເທົ່າກັບ 229,10%, ຄ່າປັບໃໝ ແລະ ຂາຍເຄື່ອງຮີບ 13 ລ້ານກວ່າກີບ, ເທົ່າກັບ 99,12 %.   ທ່ານ ສົມພິນ ອິນທະວົງ ຍັງໃຫ້ຮູ້ຕື່ມອີກວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດທິດທາງແຜນການ 6 ເດືອນທ້າຍປີ ແລະ ການປັບປຸງວຽກງານດັ່ງກ່າວໃຫ້ໄດ້ຮັບຜົນດີນັ້ນຄະນະດ່ານສາກົນ,ດ່ານປະເພນີ ແລະຫົວໜ້າໜ່ວຍງານຕ່າງໆ ຈະເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການໃນການຊີ້ນໍາໆພາການຈັດຕັ້ງປະຕິບັດວຽກງານຮອບດ້ານພາຍໃນດ່ານຢ່າງມີຄວາມຮັບຜິດຊອບສູງ, ເອົາໃຈໃສ່ຄຸ້ມຄອງກວດກາສິນຄ້າເຂົາ-ອອກດ່ານ, ເກັບກໍາດ້ານມູນຄ່າສິນຄ້າ, ເຄື່ອງຂອງຕ່າງໆເພື່ອເປັນຖານຂໍ້ ມູນອ້າງ ອີງໃນການແຈ້ງພາສີ ແລະເປັນຖານຂໍ້ມູນລາຄາໃຫ້ເຂັ້ມງວດຂຶ້ນກວ່າເກົ່າ. ຂຽນໂດຍ: ອຸ່ນເຮືອນ ໂພທິລັກພາບ ແລະ ຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

Read more

ນະຄອນຫຼວງ ມີເກືອບ 40 ກຸ່ມປູກພືດອິນຊີສະໜອງໃຫ້ກັບຕະຫຼາດ

  ນະຄອນຫຼວງວຽງຈັນ (ນວ) ມີທ່າແຮງບົ່ງຊ້ອນຫຼາຍດ້ານໂດຍສະເພາະແມ່ນດ້ານກະສິກຳທີ່ນະຄອນຫຼວງ ໄດ້ຊຸກຍູ້ ແລະກະຕຸ້ນກຸ່ມຜະລິດພືດຜັກ, ໝາກໄມ້ໃນ7 ຕົວເມືອງຫຼັກຂອງນະຄອນຫຼວງ, ໂດຍທຸກກຸ່ມຕ້ອງປະຕິບັດຕາມມາດຕະຖານກະສິກຳອິນຊີ ແລະກະສິກຳທີ່ດີເພື່ອຮັບປະກັນໃຫ້ຜົນຜະລິດທີ່ໄດ້ພຽງພໍກັບຄວາມກັບຕ້ອງການຕະຫຼາດແລະໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ທີ່ສະພານະຄອນຫຼວງຮັບຮອງ 1,13 ແສນໂຕນຕໍ່ປີ ແລະສະໜອງການບໍລິໂພກໃຫ້ໄດ້ 100 ກິໂລຕໍ່ຄົນຕໍ່ປີຊຶ່ງໃນປະຈຸບັນນະຄອນຫຼວງສາມາດສ້າງກຸ່ມປູກພືດຜັກ ແລະໝາກໄມ້ຕາມມາດຕະຖານດັ່ງກ່າວໄດ້ແລ້ວເກືອບ 40 ກຸ່ມ.   ຕາມບົດລາຍງານຂອງຂະແໜງປູກຝັງພະແນກກະສິກຳ ແລະປ່າໄມ້ນະຄອນຫຼວງວຽງຈັນ ໃຫ້ຮູ້ເມື່ອບໍ່ດົນມານີ້ຮູ້ວ່າ: ໃນປີ 2019 ພະແນກກະສິກຳ ແລະປ່າໄມ້ນະຄອນຫຼວງວຽງຈັນໄດ້ກຳນົດແຜນການຜະລິດພືດຜັກຢູ່ນະຄອນຫຼວງວຽງຈັນ ໃນເນື້ອທີ່ທັງໝົດ 11,06 ພັນເຮັກຕາ, ກວມເອົາ 7 ເມືອງຫຼັກຄື: ເມືອງສີໂຄດຕະບອງ 1,33 ພັນເຮັກຕາ, ໄຊເສດຖາ 3 ຮ້ອຍເຮັກຕາ, ນາຊາຍທອງ1,07 ພັນເຮັກຕາ, ໄຊທານີ 3,15 ພັນເຮັກຕາ, ຫາດຊາຍຟອງ 3,27 ພັນເຮັກຕາ, ສັງທອງ1,09 ພັນເຮັກຕາ ແລະເມືອງປາກງື່ມ 840 ເຮັກຕາ.   ເພື່ອຮັບປະກັນການສະໜອງພືດຜັກໃຫ້ພຽງພໍກັບຄວາມຕ້ອງການ ແລະໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ທີ່ສະພານະຄອນຫຼວງຮັບຮອງ 1,13 ແສນໂຕນຕໍ່ປີແລະສະໜອງການບໍລິໂພກໃຫ້ໄດ້ 100 ກິໂລຕໍ່ຄົນຕໍ່ປີ, ສະເພາະການຊຸກຍູ້ການປູກພືດໃນປີ 2019, ໃນນີ້ລະດູແລ້ງແຜນການຜະລິດແມ່ນ 7,13 ພັນເຮັກຕາ, ສາມາດປະຕິບັດໄດ້ 7,27 ພັນເຮັກຕາ, ທຽບໃສ່ແຜນການໄດ້ 101,86% ລື່ນແຜນການ 1,86%, ສະເລ່ຍຜະລິດຕະພາບ 10,68 ໂຕນຕໍ່ເຮັກຕາ ແລະ ຜົນຜະລິດໄດ້ 77,65 ພັນໂຕນ.    ສ່ວນການຜະລິດພືດຜັກລະດູຝົນປີນີ້, ນະຄອນຫຼວງວາງແຜນທັງໝົດ 3,93 ພັນເຮັກຕາ, ຄາດຄະເນຜະລິດຕະພາບສະເລ່ຍ 9,53 ໂຕນຕໍ່ເຮັກຕາຜົນຜະລິດໄດ້37,44 ພັນໂຕນ, ໃນນັ້ນເມືອງສີໂຄດຕະບອງ ເນື້ອທີ່ 406 ເຮັກຕາ, ໄຊເສດຖາ80 ເຮັກຕາ, ນາຊາຍທອງ 340 ເຮັກຕາ, ໄຊທານີ 979 ເຮັກຕາ, ຫາດ ຊາຍຟອງ1,16 ພັນເຮັກຕາ, ສັງທອງ 552 ເຮັກຕາ ແລະເມືອງປາກງື່ມ 410 ເຮັກຕາ, ມາຮອດປະຈຸບັນໃນຈຳນວນ 7 ເມືອງສາມາດປະຕິບັດໄດ້ແລ້ວ2,55 ພັນເຮັກຕາເທົ່າກັບ 65,09%.    ການປູກພືດຜັກ ແລະໝາກໄມ້ຕາມມາດຕະຖານກະສິກຳອິນຊີ, ກະສິກໍາທີ່ດີມາຮອດປະຈຸບັນທົ່ວນະຄອນຫຼວງມີທັງໝົດ 38 ກຸ່ມ, ໃນນັ້ນການປູກພືດຜັກແລະໝາກໄມ້ຕາມມາດຕະຖານກະສິກຳອິນຊີມີ 17 ກຸ່ມຄື: ເປັນກຸ່ມຜະລິດຂອງຊາວສວນ 11 ກຸ່ມ, 4 ບໍລິສັດ, 1 ກອງຜະລິດ ແລະ 1 ສູນມາດຕະຖານກະສິກຳສະ ອາດ, ລວມມີເນື້ອທີ່ມັງໝົດ 279 ເຮັກຕາ, ມີ 238 ຄອບຄົວ,ຜົນຜະລິດໄດ້ 2,91 ພັນໂຕນ,ໂດຍມີຕະຫຼາດຈຳໜ່າຍຮອງຮັບທັງໝົດ 7 ແຫ່ງເປັນຕົ້ນຕະຫຼາດອາຊີສູນການຄ້າລາວ-ໄອເຕັກ, ຕະຫຼາດກະສິກຳອິນຊີສະໂມສອນດອກປີກໄກ່ຫຼັກ 5, ຕະຫຼາດກະສິກຳອິນຊີສູນການຄ້າວຽງຈັນເຊັນເຕີ, ຕະຫຼາດກະສິກຳອິນຊີຫ້ວ ຍຫົງ, ຕະຫຼາດກະສິກຳອິນຊີດົງນາໂຊກ, ຕະຫຼາດກະສິກຳອິນຊີບ້ານຊ້າງຄູ່ ແລະຮ້ານຂາຍຜັກອິນຊີບ້ານສົມຫວັງເໜືອ.   ສະເພາະປີ 2018 ຜ່ານມາຜົນຜະລິດທັງໝົດໄດ້ 2,49 ພັນໂຕນ ແລະ ສ້າງມູນຄ່າເຂົ້າຕະຫຼາດຈຳນວນ 7 ຕື້ກີບ, ສຳລັບການປູກພືດຜັກ ແລະ ໝາກໄມ້ຕາມມາດຕະຖານກະສິກຳທີ່ດີມີທັງໝົດ 21 ກຸ່ມ, ໃນນັ້ນເປັນກຸ່ມຜະລິດຂອງຊາວສວນ 14 ກຸ່ມ, ຜູ້ປະກອບການ 6 ບໍລິສັດ ແລະ ອີກ 1 ສູນມາດຕະຖານກະສິກຳສະ ອາດລວມມີເນື້ອທີ່ 240 ເຮັກຕາ, ມີ 382 ຄອບຄົວ ແລະຜົນຜະລິດ 2,49 ພັນໂຕນ. 

Read more

ນາຍົກຢ້ຽມຢາມ ແລະຊຸກຍູ້ການພັດທະນາຢູ່ເມືອງວັງວຽງ

ໃນຕອນເຊົ້າວັນທີ 8 ສິງຫາ 2019  ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ພອ້ມດວ້ຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງກ່ຽວຂ້ອງ ແລະເຈົ້າແຂວງໆວຽງຈັນ ໄດ້ໄປຢ້ຽມຢາມ ແລະຊຸກຍູ້ການພັດທະນາເມືອງວັງວຽງໂດຍມີທ່ານ ຄຳຜອງ ດວງວິໄລ, ເຈົ້າເມືອງໆວັງວຽງ,ພ້ອມດ້ວຍຄະນະ ແລະພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບຢ່າງອົບອຸ່ນ.  ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ ແລະຕິດຕາມເບິ່ງຈຸດກໍ່ສ້າງສະຖານີ ລົດໄຟວັງວຽງ, ເຫັນວ່າ: ເສັ້ນທາງລົດໄຟລາວ-ຈີນຜ່ານແຂວງວຽງຈັນ ມີຄວາມຍາວທັງໝົດ 145 ກິໂລແມັດ, ຜ່ານ 4 ເມືອງ, 60 ບ້ານ, ມີຜູ້ໄດ້ຮັບຜົນກະທົບ 1.589 ຄອບຄົວ, ມາຮອດປະຈຸບັນໄດ້ໄກ່ເກ່ຍທີ່ດິນ ແລະສິ່ງກີດຂວາງການກໍ່ສ້າງທາງລົດໄຟສໍາເລັດ 99% ແລະ ສືບຕໍ່ດຳເນີນການຊົດເຊີຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວສຳລັບສະ ຖານີລົດໄຟວັງວຽງແມ່ນຕັ້ງຢູ່ບ້ານຫ້ວຍສະເຫງົ້າ-ພູດິນແດງ, ຫ່າງຈາກເທດສະບານເມືອງວັງວຽງປະມານ 2 ກິໂລແມັດ, ຫ່າງຈາກເສັ້ນທາງເລກທີ 13 ເໜືອ 300 ແມັດ,ມີເນື້ອທີ່ທັງໝົດ 144 ກວ່າເຮັກຕາ, ສະເພາະເນື້ອທີ່ອາຄານສະຖານີ ມີ 5.000 ຕາແມັດ ແລະ ສາມາດຮອງຮັບຜູ້ໂດຍສານໄດ້ 600 ຄົນ ປະຈຸບັນໄດ້ສຳເລັດການອອກແບບ, ສຳເລັດການບຸກເບີກພື້ນທີ່ ແລະກະກຽມເພື່ອດຳເນີນການກໍ່ສ້າງຄາດວ່າຈະສໍາເລັດການກໍ່ສ້າງພາຍໃນປີ 2021. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກໃຫ້ຜູ້ພັດທະນາໂຄງການເອົາໃຈໃສ່ປະຕິບັດວຽກງານສຳເລັດຕາມແຜນການທີ່ວາງໄວ້ ແລະໃຫ້ມີຄຸນນະພາບ,ການກໍ່ສ້າງໃຫ້ເປັນໄປຕາມການອອກແບບທີ່ໄດ້ຮັບຮອງ,ສິ່ງສຳຄັນໂຄງສ້າງຕ່າງໆຕ້ອງໃຫ້ກົມກືນກັບທຳມະຊາດກໍ່ຄືແຫຼ່ງທ່ອງທ່ຽວຂອງເມືອງວັງວຽງ ຫຼັງຈາກນັ້ນ,ທ່ານນາຍົກລັດຖະມົນຕີພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມສູນບໍລິການເຕັກນິກກະສິກຳ ແລະໄດ້ຊີ້ນຳໃຫ້ສູນດັ່ງກ່າວເອົາໃຈໃສ່ການປູກພຶດປອດສານພິດ, ພືດລົ້ມລຸກໂດຍໃຫ້ຕິດພັນກັບການສົ່ງເສີມການທ່ອງທ່ຽວພ້ອມນີ້ໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວທຳມະຊາດ (ຖໍ້ານາງຟ້າ ແລະຖໍ້ານອນໂດຍໄດ້ເນັ້ນໃຫ້ຜູ້ພັດທະນາເອົາໃຈໃສ່ການອະ ນຸລັກທຳມະຊາດແລະຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ).   ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານຫັຼກແຫຼ່ງຂອງເມືອງວັງວຽງ, ພະນັກງານອະວຸໂສບຳນານແລະນັກທຸລະກິດຈຳນວນໜຶ່ງທີ່ສະໂມສອນ ຂອງເມືອງວັງວຽງ.. ກ່ອນອື່ນແມ່ນໄດ້ ຮັບຟັງການລາຍງານສະພາບການພັດ ທະນາເສດຖະກິດ-ສັງຄົມຂອງເມືອງ ໃນໄລຍະ6 ເດືອນຜ່ານມາ ຈາກທ່ານ ເຈົ້າເມືອງໆວັງວຽງ, ຊຶ່ງທົ່ວເມືອງຍັງສືບ ຕໍ່ມີຄວາມສະຫງົບ ແລະເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານການສຶກສາ ແລະ ວັດທະນະທຳຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນກໍ່ນັບມື້ດີຂຶ້ນເປັນກ້າວໆ ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ບັນດາທ່ານລັດຖະມົນຕີກະຊວງກ່ຽວຂ້ອງຊີ້ແຈງຕໍ່ບາງບັນຫາທີ່ທາງເມືອງສະເໜີ ແລະບາງບັນຫາພົ້ນເດັ່ນເປັນຕົ້ນການປ້ອງກັນ ແລະແກ້ໄຂການລະບາດຂອງພະຍາດໄຂ້ເລືອດອອກ; ການສົ່ງເສີມການຜະລິດກຳສິກຳອິນຊີ, ການປູກພືດປອດສານພິດຕິດພັນກັບການຊຸກຍູ້ສົ່ງເສີມການທ່ອງທ່ຽວ, ການຕິດຕາມເຝົ້າລະວັງການລະບາດຂອງພະຍາດອາຫິວາໝູອາຟຣິກາ; ການສ້າງ ແລະປັບປຸງເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວ ແລະການຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກທາງລົດໄຟ.   ຕໍ່ການພັດທະນາຂອງເມືອງວັງວຽງ ໃນປະຈຸບັນ, ທ່ານນາຍົກລັດຖະມົນຕີໄດ້ມີຄຳເຫັນວ່າເມືອງວັງວຽງໄດ້ຮັບການພັດທະນາແລະມີຫຼາຍອັນປ່ຽນແປງໃໝ່, ແຕ່ເຖິງຢ່າງໃດກໍ່ຕາມຍັງມີບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂເປັນຕົ້ນການພັດທະນາເມືອງວັງວຽງຍັງບໍ່ທັນໄປຕາມຜັງເມືອງຢ່າງເຄັ່ງຄັດ, ຂາດການວາງແຜນພັດທະນາການທ່ອງທ່ຽວທີ່ດີ ແລະຍືນຍົງ, ບັນຫາລາຄາສິນຄ້າແລະຄ່າບໍລິການແພງ, ບັນຫາຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍ, ບັນຫາການຄຸ້ມຄອງການປ່ອຍນໍ້າເສຍລົງແມ່ນໍ້າ… ສະນັ້ນເພື່ອສືບຕໍ່ພັດທະນາເມືອງວັງວຽງໃຫ້ເປັນເມືອງທ່ອງທ່ຽວຢ່າງແທ້ຈິງ, ທ່ານນາຍົກລັດຖະມົນຕີໃຫ້ທິດຊີ້ນຳແກ່ການນຳຫຼັກແຫຼ່ງ ແລະພະນັກງານຂອງເມືອງວັງວຽງ ໃຫ້ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນໃຫ້ເມືອງວັງວຽງກໍ່ຄືແຂວງວຽງຈັນ ຊອກໃຫ້ເຫັນທ່າແຮງແທ້ຈິງຂອງເມືອງວັງວຽງ ແລະນຳໃຊ້ທ່າແຮງດັ່ງກ່າວຢ່າງຖືກຕ້ອງ, ຍືນຍົງ ແລະມີປະສິດທິຜົນສູງ, ໃຫ້ກະຊວງກ່ຽວຂ້ອງສົມທົບກັບແຂວງວຽງຈັນ ສ້າງແຜນຜັງ ແລະຍຸດທະສາດການພັດທະນາເມືອງວັງວຽງເພື່ອເປັນບ່ອນອີງໃນການພັດທະນາ ແລະພິຈາລະນາອະນຸມັດໂຄງການ ຫຼືທຸລະກິດຕ່າງໆ; ເອົາໃຈໃສ່ຕິດຕາມ,ກວດກາ, ຄຸ້ມຄອງລາຄາສິນຄ້າ, ຄ່າທີ່ພັກ, ລາຄາອາຫານໃຫ້ຖືກຕ້ອງເໝາະສົມ, ບໍ່ໃຫ້ສູງເກີນຄວາມເປັນຈິງ; ສົ່ງເສີມການຜະລິດກະສິກຳສະອາດ ແລະ ປູກພືດປອດສານພິດ; ຕ້ອງເຂັ້ມງວດຕໍ່ການປົກປັກຮັກສາສິ່ງແວດລ້ອມ, ການປ່ອຍນໍ້າເປື້ອນ, ການຖິ້ມຂີ້ເຫຍື້ອຊະຊາຍ, ຕະຫຼອດຮອດການສ້າງຮ້ານບັນເທິງທີ່ບໍ່ຖືກຕ້ອງ, ບໍ່ແທດເໝາະກັບເງື່ອນໄຂຕົວ ຈິງ ແລະບໍ່ສອດຄ່ອງກັບລະບຽບການ; ສົ່ງເສີມການທ່ອງທ່ຽວຕິດພັນກັບການຊຸກຍູ້ການຜະລິດ ແລະໃຫ້ເອົາໃຈໃສ່ແກ້ໄຂບັນຫາທີ່ບໍ່ດີ ແລະເກີດຂຶ້ນຢູ່ເມືອງວັງ ວຽງໃນໄລຍະຜ່ານມາໃຫ້ຕົກໄປເປັນກ້າວໆ; ເອົາໃຈໃສ່ຕ້ານ,ສະກັດກັ້ນ ແລະແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເປັນສິ່ງທ້າທາຍຕໍ່ການປົກປັກຮັກສາ ແລະພັດທະນາເມືອງວັງວຽງໃຫ້ໄດ້ຢ່າງຂາດຕົວ; ເອົາໃຈໃສ່ພັດທະນາ ແລະປັບປຸງໂຄງລ່າງພື້ນຖານການທ່ອງທ່ຽວ, ປັບປຸງຍົກລະດັບຂີດຄວາມສາມາດດ້ານການບໍລິຫານ-ບໍລິການການທ່ອງທ່ຽວໃຫ້ດີຂຶ້ນເພື່ອໃຫ້ນັກທ່ອງທ່ຽວເຂົ້າມາປະທັບໃຈ ແລະ ສາມາດດຶງດູດນັກທ່ອງທ່ຽວຫຼາຍລະດັບດ້ວຍການໄປຖອດຖອນບົດຮຽນກັບຕ່າງປະເທດທີ່ມີຊື່ ສຽງດ້ານການທ່ອງທ່ຽວເພີ່ມປະສິດທິພາບ ແລະ ເພີ່ມທະວີການຄຸ້ມຄອງເມືອງວັງວຽງໃຫ້ເປັນເມືອງທຳມະຊາດແລະວັດທະນະທຳຢ່າງແທ້ຈິງ. ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

Read more

ສະຫຼອງ 52 ປີ ສ້າງຕັ້ງອາຊຽນ ແລະ 22 ປີ ລາວຈະເປັນສະມາຊິກ

  ວັນທີ 6 ສິງຫາ 2019 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີເອົາທຸງຊາດລາວ ແລະທຸງອາຊຽນຂຶ້ນສູ່ຍອດເສົາເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 52 ປີແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967- 8 ສິງຫາ 2019) ແລະຄົບຮອບ 22 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ2019), ໂດຍເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.   ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ອາຊຽນໃນໄລຍະ 52 ປີຜ່ານມາໂດຍສະເພາະໃນປີ 2015 ໄດ້ປະກາດສ້າງຕັ້ງສະມາຄົມອາຊຽນ, ປະກອບດ້ວຍ 3 ເສົາຄໍ້າ: ການເມືອງຄວາມໝັ້ນຄົງ, ເສດຖະກິດ ແລະສັງຄົມ-ວັດທະນະທຳອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາ ວອນໃນພາກພື້ນ ແລະໃນໂລກ.   ອາຊຽນໃນນາມເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານໄດ້ສືບຕໍ່ຮັດແໜ້ນການພົວພັນຮ່ວມມືລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນກໍ່ຄືການຮ່ວມມືພາຍນອກບົນພື້ນຖານຫຼັກການທີ່ກຳນົດໄວ້ໃນກົດບັນຍັດອາຊຽນ, ສົນທິສັນຍາໄມຕີຈິດການຮ່ວມມື ແລະ ບັນດາກົນໄກທີ່ອາຊຽນເປັນຜູ້ສ້າງຂຶ້ນເຊັ່ນ: ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະລາດອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ການບໍ່ແຊກແຊງເຂົ້າໃນວຽກງານຂອງກັນ ແລະກັນ, ແກ້ໄຂບັນຫາໂດຍສັນຕິວິທີ, ຫຼັກການຄວາມເປັນເອກະສັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະອີງໃສ່ຄວາມຫຼາກຫຼາຍຂອງປະເທດສະມາຊິກທີ່ເອີ້ນວ່າ: ວິຖີທາງຂອງອາຊຽນ (ASEAN WAY).   ຕະຫຼອດໄລຍະ 22 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ, ລາວໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການລວມຂອງອາຊຽນອັນໄດ້ເຮັດໃຫ້ບົດບາດຂອງສປປ ລາວ ໃນພາກພື້ນ ແລະສາກົນນັບມື້ພົ້ນເດັ່ນຂຶ້ນພ້ອມກັນນັ້ນເຂດການຄ້າເສລີ ແລະການລົງທຶນອາຊຽນ ແລະອາຊຽນກັບບັນດາເປັນປະເທດຄູ່ເຈລະຈາໄດ້ປະກອບສ່ວນສຳຄັນໃນການເຮັດໃຫ້ການຄ້າ ແລະການລົງທຶນຢູ່ປະເທດເຮົາຂະຫຍາຍຕົວໃນຈັງຫວະສູງຂຶ້ນຢ່າງຕໍ່ເນື່ອງ. ຂຽນໂດຍ: ສອນມະນີ ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

Read more

ຈະລາຈອນອັດຕະປື ເລີ່ມໃຊ້ກ້ອງຈັບຄວາມໄວ

 ປະຕິບັດຕາມກົດລະບຽບຈະລາຈອນເພື່ອປົກປ້ອງສັງຄົມຜູ້ນຳໃຊ້ລົດໃຊ້ຖະໜົນມີສະຕິໃນການຂັບຂີ່ທັງຫຼີກເວັ້ນຜົນເສຍຫາຍແກ່ຊັບສິນຂອງສ່ວນລວມ, ບຸກຄົນກໍ່ຄືຮ່າງ ກາຍ, ສຸຂະພາບ ແລະຊີວິດຂອງຜູ້ຂັບຂີ່ປະຈຸບັນຕໍາຫຼວດຈະລາຈອນແຂວງອັດຕະປື ໄດ້ເລີ່ມຈັດຕັ້ງຈຸດກວດກາຢູ່ 3 ຈຸດ ເພື່ອຈັບຄວາມໄວຂອງລົດໂດຍນໍາໃຊ້ກ້ອງຈັບຄວາມໄວເພື່ອຫຼຸດຜ່ອນອຸບັດຕິເຫດ.   ໃນຫວ່າງບໍ່ດົນມານີ້ກອງບັນຊາການ ປກສ ແຂວງອັດຕະປື ໄດ້ອອກແຈ້ງການເຖິງບັນດາພະແນກການ, ຂະແໜງການທຽບເທົ່າ, ບັນດາເມືອງ, ອົງການຈັດຕັ້ງຕ່າງໆ, ບັນດາບຸກຄົນ, ນິຕິບຸກຄົນ, ພະນັກງານທະຫານຕຳຫຼວດ ແລະພໍ່ແມ່ປະຊາຊົນໃນທົ່ວແຂວງໄດ້ຮັບຊາບແລ້ວດັ່ງນັ້ນຈື່ງໄດ້ເລີ່ມຈັດຕັ້ງປະຕິບັດລະບົບການຕິດຕັ້ງຈັບຄວາມໄວຢູ່ 3 ຈຸດໃນເມືອງສາມັກຄີໄຊຄື: 1) ເສັ້ນທາງຖະໜົນຫຼວງ 1 (I) ເລີ່ມແຕ່ຫຼັກກິໂລແມັດທີ 9 ເຂດ ບ້ານກະຍືຫາປ້ອມຕຳຫຼວດຫຼັກ 7 ເປັນຈຸດກວດກາ; 2) ເສັ້ນທາງຖະໜົນຫຼວງ 18 B ເລີ່ມແຕ່ຫຼັກກິໂລແມັດທີ 4 ເຂດ ນາພອກຫາປ້ອມຕຳຫຼວດຈະລາຈອນນາພອກເປັນຈຸດກວດກາ; 3) ຈຸດກວດກາຈັບຄວາມໄວຂາອອກມີ 1 ຈຸດຄື: ເສັ້ນທາງຖະໜົນ 18 B ເລີ່ມແຕ່ຫຼັກກິໂລແມັດທີ 5 ເຂດຂົວພອກຫາເຂດ ບ້ານຄັນໝາກກ່ອງ ເມືອງໄຊເສດຖາເປັນບ່ອນຈຸດກວດກາ.  ອັດຕະປືແມ່ນອີກແຂວງໜຶ່ງທີ່ເກີດມີບັນຫາອຸບັດຕິເຫດທາງທ້ອງຖະໜົນຫຼາຍເຊັ່ນດຽວກັນໂດຍບັນຫາສ່ວນໃຫຍ່ແມ່ນມາຈາກການນໍາໃຊ້ຄວາມໄວຂອງຍານພາຫານະຍັງກວມເອົາອັດຕາສູງບັນດາຜູ້ນຳໃຊ້ລົດ, ໃຊ້ຖະໜົນຖືເບົາ, ຂາດສະຕິບໍ່ເຄົາລົບປະຕິບັດກົດລະບຽບຂອງຈະລາຈອນເຮັດໃຫ້ອຸບັດຕິເຫດເກີດຂຶ້ນຢ່າງຕໍ່ເນື່ອງຢູ່ໃນແຕ່ລະປີ. ຂຽນໂດຍ: ສາຍນໍ້າ ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

Read more

ໄຊຍະຍົກເລີກ 8 ບໍລິສັດສຳປະທານ 13 ໂຄງການສຳຫຼວດ-ຊອກຄົ້ນແຮ່ທາດ

 ຜ່ານມາມີຫຼາຍບໍລິສັດທີ່ມາລົງທຶນຊອກຄົ້ນສຳຫຼວດແຮ່ທາດ ແລະ ເຮັດກິດຈະການບໍ່ແຮ່ຢູ່ແຂວງໄຊຍະບູລີ ນັບທັງຂັ້ນສູນກາງອະນຸມັດ ແລະ ແຂວງໄຊຍະບູລີອະນຸມັດ ແຕ່ແລ້ວມີ 8 ບໍລິສັດບໍ່ດຳເນີນກິດຈະການຂອງຕົນເຮັດໃຫ້ໝົດສັນຍາ, ທັງໝົດ 13 ໂຄງການ ໃນເນື້ອທີ່ 2,5 ກິໂລຕາແມັດ ໃນນີ້ຂັ້ນສູນກາງອະນຸມັດມີ11 ໂຄງ ການ ແລະຂັ້ນແຂວງອະນຸມັດ 2 ໂຄງການ.  ຕາມຂໍ້ມູນຈາກແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໂຄງການທີ່ກຳລັງເຄື່ອນໄຫວຊອກຄົ້ນ-ສຳຫຼວດມີ 1 ບໍລິສັດຄື: ບໍລິສັດໂດມິນຽມຊອກຄົ້ນຊອກ-ສຳຫຼວດແຮ່ທາດທອງແດງ ເຂດບ້ານສົມ ສະຫວັນ, ບ້ານໂພນສະອາດ ເມືອງພຽງ ແລະເມືອງປາກລາຍ ມີເນື້ອທີ່ສຳຫຼວດ 488 ກິໂລຕາແມັດ, ໄດ້ມີການເຄື່ອນໄຫວ ເກັບຕົວຢ່າງໄປວິໄຈຈຳນວນ 2 ຄັ້ງ, ມີຕົວແບບ 453 ຕົວແບບ, ນໍ້າໜັກ 277 ກິໂລກຣາມ ແລະ ອີກ 8 ບໍລິສັດທີ່ຂັ້ນສູນກາງອະນຸມັດແມ່ນໝົດອາຍຸສັນຍາວ່າດ້ວຍການຊອກຄົ້ນ-ສຳຫຼວດ, ມາ ຮອດປະຈຸບັນບໍ່ມີການເຄື່ອນໄຫວຫຍັງຢູ່ພາກສະໜາມ.   ສ່ວນໂຄງການຂັ້ນແຂວງອະນຸຍາດ ມີ 2 ໂຄງການເຊັ່ນ: ບໍລິສັດອໍລະວັນແຮ່ບາຣິດ ຈຳກັດ ໃນເນື້ອທີ່ສຳຫຼວດ 5 ເຮັກຕາ ຊຶ່ງໄດ້ເຈາະສຳຫຼວດໃນ 3 ເດືອນ ປີ 201 8 ປະຈຸບັນໄດ້ມີການເຄື່ອນໄຫວລົງສຳຫຼວດເກັບກຳຂໍ້ມູນຄືນຢູ່ໃນຂອບເຂດສຳປະທານຂອງບໍລິສັດຈຳນວນ 2 ຄັ້ງ ໃບອະນຸຍາດແຕ່ວັນທີ 20 ເມສາຫາ ວັນທີ 20 ສິງ ຫາ 2018. ມາຮອດປະຈຸບັນແມ່ນໄດ້ໝົດອາຍຸ; ບໍລິສັດ ແສງສຸວັນການຄ້າໂຄງການຊອກຄົ້ນ-ສຳຫຼວດແຮ່ຟູອໍຣາຍຢູ່ເຂດບ້ານດອນຕັນເມືອງຄອບແຂວງໄຊຍະບູລີ ໄດ້ອອກໃບອະນຸຍາດໃນເນື້ອທີ່ 4 ເຮັກຕາ ໄດ້ມີການເຄື່ອນໄຫວລົງສຳຫຼວດພາກສະໜາມຕົວຈິງຈຳນວນ 3 ຄັ້ງ.   ດ້ານໂຄງການລັດຮ່ວມທຶນກັບເອກະຊົນມີ 1 ໂຄງການຄື: ໂຄງການສ້າງແຜນທີ່ທໍລະນີສາດ, ແຜນທີ່ທໍລະນີເຄມີມາດຕາສ່ວນ 1/2 ແສນລະຫວ່າງກົມທໍລະນີສາດ ແລະ ແຮ່ທາດ ແລະ ກົມໃຫຍ່ສຳຫຼວດຂອງ ສປ ຈີນ ມີເນື້ອທີ່ 16,8 ພັນກິໂລຕາແມັດກວມເອົາເນື້ອທີ່ທົ່ວແຂວງ, ມາຮອດປະຈຸບັນສຳເລັດແລ້ວ95% ແລະ ໄດ້ທົດ ລອງເກັບກຳຕົວຢ່າງເພື່ອສ້າງແຜນທີ່ທໍລະນີສາດ ແລະທໍລະນີເຄມີມາດຕາສ່ວນ 1/5 ແສນຢູ່ເຂດ 4 ເມືອງໃຕ້. ຂຽນໂດຍ: ບຸນທີ ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

Read more

ສູນປ້ອງກັນພືດສຳເລັດສ້າງເຊື້ອຊີວະວິທະຍາຄວບຄຸມພະຍາດຫ່ຽວເຫຼືອງກ້ວຍ

 ດັ່ງຂ່າວໜັງສືພິມເສດຖະກິດ-ສັງຄົມເຄີຍນຳສະເໜີໄປແລ້ວວ່າພະຍາດຫ່ຽວເຫຼືອງຂອງກ້ວຍທີ່ພວມລະບາດຢູ່ໃນ 7 ແຂວງຂອງລາວ ແລະໜຶ່ງໃນນັ້ນເປັນສາຍພັນທີ່ຮຸນແຮງ, ແຜ່ລາມໄດ້ໄວ,ໄດ້ຫຼາຍຊ່ອງທາງ,ທີ່ສຳຄັນຍັງສາມາດຝັງຢູ່ກັບດິນໄດ້ດົນເຖິງ 30 ປີ ແລະຮ້າຍແຮງກວ່ານັ້ນຍັງບໍ່ທັນມີຢາຊະນິດໃດກຳຈັດໄດ້,ຢ່າງໃດກໍຕາມແຕ່ສິ່ງທີ່ສູນປ້ອງກັນພືດກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້ເຮັດໄດ້ແມ່ນສາມາດສ້າງເຊື້ອຊີວະວິທະຍາ 2 ຊະນິດ ເພື່ອຄວບຄຸມຄວາມຮຸນແຮງຂອງການລະບາດ, ຊຶ່ງປະຈຸບັນພາຍໃນສູນສາມາດສະໜອງໄດ້3-5 ຮ້ອຍກິໂລກຣາມຫາກຜູ້ປະກອບການຕ້ອງການກໍສາມາດພົວພັນເອົາໄດ້.   ທ່ານ ນາງ ຄອນສະຫວັນ ຈິດຕະລາດ ຫົວໜ້າໜ່ວຍງານພະຍາດພືດສູນປ້ອງກັນພືດໃຫ້ສຳພາດເມື່ອບໍ່ດົນມານີ້ຮູ້ວ່າ: ພະຍາດຫ່ຽວເຫຼືອງຂອງກ້ວຍໃນລາວຕາມການສຳຫຼວດແມ່ນໄດ້ຄົ້ນພົບມີ 2 ສາຍພັນຄື: ສາຍພັນ Race 1 (R1) ຈະພົບນຳກ້ວຍນ້ຳທົ່ວປະເທດ ແລະສາຍພັນທີ 2 ແມ່ນ Tropical Race 4 (TR 4) ທີ່ຄົ້ນພົບນຳປະເພດກ້ວຍຫອມ ຕ່າງປະເທດ ແລະປະເພດກ້ວຍງ້າວ, ໂດຍສາຍພັນ TR4 ມີຄວາມສາມາດທໍາລາຍກ້ວຍສາຍພັນພື້ນເມືອງຂອງລາວໄດ້ ແລະ ຍັງອາໄສຢູ່ດິນໄດ້ດົນກວ່າ 30 ປີ, ຖ້າຫາກວ່າພື້ນທີ່ທີ່ມີການລະ ບາດຫາກນຳກ້ວຍໄປປູກອີກບໍ່ວ່າຈະເປັນພັນກ້ວຍຊະນິດໃດກໍຕາມກໍຈະມີການລະບາດຕື່ມ ແລະມີຄວາມເປັນໄປ ໄດ້ສູງທີ່ຈະສາມາດເກີດກັບກ້ວຍຫອມ, ກ້ວຍໄຂ່ແລະກ້ວຍນ້ຳ ທີ່ເປັນພັນກ້ວຍ ພື້ນເມືອງຂອງລາວເຮົາ, ທັງນີ້ກໍເພາະ ພະຍາດດັ່ງກ່າວສາມາດໄປໄດ້ກັບຫຼາຍ ຊ່ອງທາງ ໂດຍສະເພາະນຳເຂົ້າທ່ອນ ພັນຈາກຕ່າງປະເທດກໍຄືເຫງົ້າກ້ວຍ ທີ່ມີດິນຕິດມານຳ, ນ້ຳ, ເສດພືດທີ່ເໜົ່າ ເປື່ອຍ ແລະອຸປະກອນຕ່າງໆຕົ້ນຕໍຄືລົດໄຖ, ລົດຂົນສົ່ງປຸ໋ຍ ແລະອຸປະກອນການຜະລິດ.   ເພື່ອເປັນການຢັບຢັ້ງການລະບາດຂອງພະຍາດດັ່ງກ່າວນີ້ທາງລັດຖະບານກໍຄືກະຊວງກະສິກຳ ແລະປ່າໄມ້ກໍໄດ້ມີການອອກຄຳສັ່ງຫ້າມເຄື່ອນຍ້າຍທ່ອນພັນຈາກແຫຼ່ງທີ່ມີການລະບາດ, ການ ເຄື່ອນຍ້າຍທ່ອນພັນລະຫວ່າງປະເທດ ໂດຍມີມາດຕະການຊັດເຈນແລ້ວ, ພ້ອມດຽວກັນນັ້ນ ກໍໄດ້ເລັ່ງໃສ່ການຈັດຊຸດຝຶກອົບຮົມໃຫ້ພະນັກງານຂັ້ນຮາກຖານຂອງແຕ່ລະທ້ອງຖິ່ນໃຫ້ເຂົ້າໃຈເຖິງການວິໄຈ, ການເກັບຕົວຢ່າງ ແລະ ການຕັ້ງກຸ່ມຫ້ອງກັນ, ປະຈຸບັນພວກເຮົາໄດ້ສ້າງ ແລະພັດທະນາຄູ່ມືການວິໄຈພະ ຍາດຫ່ຽວເຫຼືອງຂອງກ້ວຍ, ສຶກສາ ແລະພັດທະນາຄູມືການປ້ອງກັນ ແລະ ກໍາຈັດພະຍາດຫ່ຽວເຫຼືອງຂອງກ້ວຍ, ໄດ້ສຶກສາການນໍາໃຊ້ເຊື້ອຊີວະວິທະຍາໄທໂຄເດີມາຮາຊີອານໍາ (Trichoderma hazianum) ແລະເຊື້ອແບັກທີເລຍບາຊີລັສ ເອັສພີ (Bacillussp), ພ້ອມໄດ້ມີການສຶກສາພາກສະໜາມຢູ່ບ້ານນາໝ້ຽງ ເມືອງວັງວຽງ ແຂວງວຽງຈັນ, ຊຶ່ງ ຜົນທົດສອບຢູ່ຫ້ອງທົດລອງໄດ້ຜົນແລ້ວຈຶ່ງໄດ້ມີການທົດສອບໃສ່ຕົ້ນກ້ວຍໂດຍສາມາດຄວບຄຸມຄວາມຮຸນແຮງຂອງເຊື້ອ TR4 ໄດ້ເຖິງ 50-85%.  ເພື່ອເປັນການປ້ອງກັນ ແລະຄວບຄຸມແຕ່ຫົວທີສຳລັບຜູ້ຈະລົງທຶນປູກກ້ວຍ,ວິທີທີ່ດີທີ່ສຸດແມ່ນໃຫ້ໃຊ້ທ່ອນພັນລ້ຽງດ້ວຍເນື້ອເຍື່ອ,ຊຶ່ງສາມາດພົວພັນໄດ້ນຳສູນນາພອກ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ, ສ່ວນສານປ້ອງກັນ ຫຼື ເຊື້ອຈຸລິນຊີ ທີ່ຊ່ວຍປ້ອງກັນແມ່ນ ສາມາດພົວພັນໄດ້ນຳສູນປ້ອງກັນພືດສາລາຄຳ, ຊຶ່ງປະຈຸບັນທາງສູນສາມາດ ຜະລິດ ແລະສະໜອງໃຫ້ໄດ້ປະມານ 300-500 ກິໂລກຣາມ, ສຳລັບຜູ້ທີ່ຕ້ອງການເພາະພັນທ່ອນພັນເອງ ແມ່ນຄວນ ລະວັງດິນຕ້ອງເປັນບ່ອນທີ່ບໍ່ມີການ ລະບາດພະຍາດກ້ວຍມາກ່ອນ ແລະອີກວິທີໜຶ່ງພື້ນທີ່ທີ່ມີການລະບາດຄວນຂຸດຮ່ອງອ້ອມ, ທຳຄວາມສະອາດທັງຄົນ ແລະ ອຸປະກອນ, ພ້ອມທັງໃຊ້ເຊື້ອ Trichode rma hazianum ແລະ ເຊື້ອBacillussp, ລວມທັງສັງເກດການປ່ອຍນ້ຳເດັດຂາດບໍ່ໃຫ້ນ້ຳຈາກສວນກ້ວຍທີ່ຕິດເຊື້ອອອກໄປສູ່ເຂດອື່ນ, ທ່ານ ນາງ ຄອນສະຫວັນ ຈິດຕະລາດ ໃຫ້ຮູ້ຕື່ມ.   ປະຈຸບັນໃນຈຳນວນ 12 ແຂວງທີ່ມີ ການລົງທຶນປູກກ້ວຍມີການລະບາດແລ້ວ 7 ແຂວງຄື: ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ, ຊຶ່ງຖື ວ່າເປັນການລະບາດໄວ, ພາຍຫຼັງມີການ ລະບາດ ບໍລິສັດຜູ້ລົງທຶນໄດ້ເລີ່ມຍ້າຍຖານການປູກກ້ວຍລົງມາສູ່ພາກກາງ ແລະພາກໃຕ້ໃນປະຈຸບັນ, ສໍາລັບພາກໃຕ້ແມ່ນຈະເລີ່ມມີການລົງທຶນປູກກ້ວຍຫຼາຍພື້ນທີ່ການປູກກ້ວຍຈະເພີ່ມຂຶ້ນ, ແຕ່ກົງກັນຂ້າມພື້ນທີ່ການປູກກ້ວຍທາງພາກເໜືອຈະຫຼຸດລົງ, ໂດຍຈາກການຮວບຮວມຮອດດຽວນີ້ທົ່ວປະເທດມີເນື້ອທີ່ປູກກ້ວຍທັງໝົດ 19,65 ພັນເຮັກຕາ, ແຕ່ການທຳລາຍຂອງພະຍາດດັ່ງກ່າວເກືອບ 30% ຂອງພື້ນທີ່ທັງ

Read more

ນາຍົກ ລົງຊຸກຍູ້ຜະລິດກະສິກຳຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

  ວັນທີ 5 ສິງຫາ 2019 ທ່ານ ທອງ ລຸນສີສຸລິດ ນາຍົກລັດຖະມົນຕີພ້ອມດ້ວຍບັນດາທ່ານລັດຖະມົນຕີ, ຂະແໜງການຕ່າງໆ ແລະພາກສ່ວນທີ່ກ່ຽວຂ້ອງໄດ້ລົງຊຸກຍູ້ວຽກງານກະສິກຳຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຊຶ່ງຖືກຕ້ອນຮັບຈາກອຳນາດການປົກຄອງເມືອງ ແລະພໍ່ແມ່ປະຊາຊົນຢ່າງອົບອຸ່ນ.   ທ່ານ ວົງເດືອນ ບຸນຍະແສງ ເຈົ້າເມືອງຫາດຊາຍຟອງ ໄດ້ລາຍງານໃຫ້ທ່ານນາຍົກພ້ອມຄະນະຊາບວ່າ: ປະຈຸບັນວຽກງານກະສິກຳ-ປ່າໄມ້ຂອງເມືອງຫາດຊາຍຟອງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ທົ່ວເມືອງຫາດຊາຍຟອງ ມີເນື້ອທີ່ນາທັງໝົດ 6,08 ພັນເຮັກຕາ, ສະມັດຕະພາບ 4,49 ໂຕນຕໍ່ເຮັກຕາ, ເນື້ອທີ່ນາແຊງ4,01 ພັນເຮັກຕາ, ສະ ມັດຕະພາບ 5,63 ໂຕນຕໍ່ເຮັກຕາ, ເນື້ອ ທີ່ປູກພືດລະດູແລ້ງ 2,1 ພັນເຮັກຕາ, ລະດູຝົນ 1,1 ພັນເຮັກຕາ, ໃນນັ້ນປະກອບມີ 2 ກຸ່ມການຜະລິດຄື: ກຸ່ມຜະລິດພືດອິນຊີ ແລະ ກຸ່ມຜະລິດພັກສະອາດ. ກຸ່ມພືດພັກສະອາດໄດ້ແຍກເປັນ 3 ກຸ່ມບ້ານຄື: ກຸ່ມບ້ານສີມະໂນ, ກຸ່ມບ້ານຫາດກັນຊາ ແລະກຸ່ມບ້ານສະຫວ່າງ, ກຸ່ມຜະລິດພືດອິນຊີມີ 2 ກຸ່ມຄື: ກຸ່ມຊາຍຟອງເໜືອ ແລະກຸ່ມໂຄກຊາຍ, ມີລະບົບ ຊົນລະປະທານທັງໝົດ 16 ແຫ່ງ.  ສຳລັບການແຜ່ລະບາດຂອງພະຍາດໄຂ້ຍຸງລາຍມາຮອດເດືອນກໍລະກົດ 2019 ນີ້, ມີຜູ້ຕິດເຊື້ອພະຍາດ 399 ຄົນ, ເສຍຊີວິດ 1 ຄົນ, ຈຸດທີ່ລະບາດຫຼາຍກວ່າໝູ່ແມ່ນຢູ່ບ້ານດົງຄຳຊ້າງມີ 93 ຄົນ.  ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມພ້ອມເນັ້ນໃຫ້ອຳນາດການປົກຄອງເມືອງຫາດຊາຍຟອງ ເອົາໃຈໃສ່ຮັກສາມູນເຊື້ອປູກຝັງລ້ຽງ ສັດເປັນສິນຄ້າເພື່ອປ່ອນຕະຫຼາດໃນນະຄອນຫຼວງວຽງຈັນ, ເອົາໃຈໃສ່ຕິດຕາມກວດກາວຽກງານການລະບາດຂອງພະຍາດໄຂ້ເລືອດອອກ ແລະພະຍາດອະຫິວາໝູ, ປັບປຸງນະໂຍບາຍ ແລະນິຕິກຳສົ່ງເສີມການຜະລິດເປັນສິນຄ້າ ແລະສືບຕໍ່ກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງເມືອງໃຫ້ສຳເລັດຕາມແຜນ, ສືບຕໍ່ປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ພ້ອມທັງສະກັດກັ້ນທຸກປະກົດການຫຍໍ້ທໍ້ໃນສັງຄົມໂດຍສະເພາະບັນຫາຢາເສບຕິດໃຫ້ລຸດລົງເທື່ອລະກ້າວ.  ນອກນັ້ນທ່ານນາຍົກລັດຖະມົນຕີພ້ອມດ້ວຍຄະນະຍັງໄດ້ລົງຢ້ຽມຢາມກຸ່ມຜະລິດຜັກປອດສານພິດ, ບ້ານຫາດກັນຊາ ເມືອງຫາດຊາຍຟອງຕື່ມອີກ. ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

Read more
Copy Protected by Chetan's WP-Copyprotect.