ຮ້ານສະບາຍດີວຽງຈັນຈຸດສູນລວມອາຫານລາວ-ໄທ
ຮ້ານສະບາຍດີວຽງຈັນ ແມ່ນຮ້ານອາຫານທີ່ຫາກໍເປີດຂຶ້ນມາໄດ້ໜຶ່ງປີແຕ່ກໍເປັນທີ່ຮູ້ຈັກຂອງລູກຄ້າຢ່າງກວ້າງຂວາງຍ້ອນມີອາຫານສອງຝັ່ງຂອງໃຫ້ລູກຄ້າ ໄດ້ເລືອກຊີມຫຼາຍກວ່າ 2 ຮ້ອຍ ລາຍການອີກທັງສະຖານທີ່ຈອດລົດ ກໍກວ້າງຂວາງສະດວກສະບາຍ ແລະບັນຍາກາດດີ. ທ່ານ ອັກຂະລະ ກັນຍາວົງ ເຈົ້າຂອງຮ້ານອາຫານສະບາຍດີວຽງຈັນໄດ້ໃຫ້ສໍາພາດຕໍ່ນັກຂ່າວ ເສດຖະກິດ-ສັງຄົມເມື່ອບໍ່ດົນມາ ນີ້ໃຫ້ຮູ້ວາ: ກ່ອນຈະເຮັດທຸລະກິດຮ້ານອາຫານແມ່ນເຄີຍເປັນພະນັກງານລັດມາກ່ອນຍ້ອນເປັນຄົນ ທີ່ມັກກິນ ແລະຮັກທາງດ້ານນີ້ຈຶ່ງ ໄດ້ຕັດສີນໃຈເປີດຮ້ານອາຫານດັ່ງກ່າວ, ຕະຫຼອດໜຶ່ງປີຜ່ານມານັບແຕ່ເປີດຮ້ານຈົນຮອດປະຈຸບັນແມ່ນຖືວ່າໄດ້ຮັບການຕອບຮັບ ຈາກລູກຄ້າເປັນຢ່າງດີເພາະວ່າຮ້ານຂອງເຮົາແມ່ນມີສະຖານທີ່
Read more