Software ແມ່ນຫຍັງ? ແບ່ງອອກຈັກປະເພດ ມາເບິ່ງນຳກັນເລີຍ!
ຊອຟແວ (Software) ຄືຊຸດຄຳສັ່ງຫຼືໂປຣແກຣມທີ່ໃຊ້ຄວບຄຸມການເຮັດວຽກຂອງເຄື່ອງຄອມພິວເຕີທີ່ຂຽນຂຶ້ນໂດຍພາສາຄອມພິວເຕີຈາກນັກຂຽນໂປຣແກຣມ (Program) ເນື່ອງຈາກຄອມພິວເຕີນັ້ນມີການເຮັດວຽກຕາມຂັ້ນລຳດັບ ສຳລັບພາສາທີ່ໃຊ້ໃນການຂຽນໂປຣແກຣມນັ້ນຈະມີລັກສະນະຮູບແບບໂດຍສະເພາະທີ່ຈະສາມາດເຮັດໃຫ້ເຄື່ອງຄອມພິວເຕີເຂົ້າໃຈໄດ້ເຊັ່ນ ພາສາເບສິກ, ພາສາໂຄບອລ, ພາສາກປາສຄາລ ເປັນຕົ້ນ.
ປະເພດຂອງຊອຟແວ
ຊອຟແວຈະແບ່ງອອກເປັນປະເພດໃຫຍ່ໆໄດ້ແກ່ ຊອຟແວລະບົບ (System Software) ແລະ ຊອຟແວປະຍຸກ (Application Software) ຊຶ່ງມີລາຍລະອຽດດັ່ງນີ້:
- ຊອຟແວລະບົບ (System Software) ຄືຊອຟແວທີ່ຊ່ວຍໃນການຈັດການລະບົບຄອມພິວເຕີ ຈັດການອຸປະກອນຮັບເຂົ້າ ແລະສົ່ງອອກ ການຮັບຂໍ້ມູນຈາກແຜງແປ້ນພິນອັກຂະຫຼະ ການສະແດງຜົນເທິງຈໍພາບ ການນຳເຂົ້າຂໍ້ມູນອອກໄປພິມຍັງເຄື່ອງພິມ ການເກັບຂໍ້ມູນເປັນແຟ້ມ ການຄົ້ນຫາຂໍ້ມູນ ການສື່ສານຂໍ້ມູນ ຊອຟແວລະບົບຈິ່ງໝາຍເຖິງຊອຟແວທີ່ດູແລການຈັດການອຸປະກອນຕ່າງໆທີ່ມີຢູ່ໃນລະບົບ, ຊອຟແວລະບົບທີ່ຮູ້ຈັກກັນດີຄື ລະບົບປະຕິບັດການ (Operating System) ເຊັ່ນ ເອັມເອສດອສ ຢູນິກ ໂອເອສທູ ວິນໂດ ລີນຸກສ ເປັນຕົ້ນ.
- ຊອຟແວປະຍຸກ (Application Software) ຄືໂປຣແກຣມທີ່ຜູ້ໃຊ້ຄອມພິວເຕີເປັນຜູ້ຂຽນມານຳໃຊ້ເອງ ເພື່ອສັ່ງໃຫ້ຄອມພິວເຕີເຮັດວຽກຢ່າງໃດຢ່າງໜຶ່ງຕາມທີ່ຕ້ອງການ ຍົກຕົວຢ່າງເຊັ່ນ ຊອຟແວປະມວນຄຳ ຊອຟແວຈັດເກັບພາສີ ຊອຟແວສິນຄ້າຄົງຄັງ ຊອຟແວຕາຕະລາງເຮັດວຽກ ຊອຟແວກຣາຟິກ ຊອຟແວຈັດການຖານຂໍ້ມູນເປັນຕົ້ນ ຊຶ່ງໃນປະຈຸບັນນັ້ນຊອຟແວປະຍຸກໄດ້ຮັບຄວາມນິຍົມໃຊ້ວຽກຢ່າງແພ່ຫຼາຍ ເນື່ອງຈາກຂີດຄວາມສາມາດຂອງຊອຟແວປະຍຸກນັ້ນໆ ເພາະຊອຟແວທີ່ຜະລິດອອກຈຳໜ່າຍຕ່າງພະຍາຍາມແຂ່ງຂັນກັນຫຼາຍໆດ້ານເຊັ່ນ ຮຽນຮູ້ ແລະໃຊ້ວຽກໄດ້ງ່າຍ ສະໜັບສະໜູນໃຫ້ໃຊ້ກັບເຄື່ອງພິມໄດ້ດີ ມີຄູ່ມືການໃຊ້ຊອຟແວທີ່ອ່ານເຂົ້າໃຈງ່າຍ ໃຫ້ວິທີຫຼືຂັ້ນຕອນທີ່ອະທິບາຍໄວ້ຢ່າງຊັດເຈນ ແລະມີລະບົບຂໍ້ມູນເຂົ້າອອກກັບຊອຟແວອື່ນໆໄດ້ງ່າຍ.